Breaking News

ຂໍກຳລັງໃຈໃຫ້  ມາລີ ນົບພະລັດ ໃນການປະກວດເວທີລະດັບໂລກ Miss Grand International 2018 (ເຊຍລາວສຸດໃຈ)

ແບ່ງປັນ

ມາລີ ນົບພະລັດ ສີໄກພັກ Miss Grand Laos 2018 ໄດ້ເດີນທາງໄປເປັນຕົວແທນສາວງາມປະເທດລາວໃນການປະກວດໃນເວທີລະດັບໂລກ Miss Grand International 2018 ທີ່ປະເທດ ມຽນມ້າ ຕັ້ງແຕ່ວັນທີ 4 ຕຸລາ 2018 ທີ່ຜ່ານມາ ແລະ ໃນປັດຈຸບັນນີ້ນາງກຳລັງເຮັດໜ້າທີ່ ແລະ ຮ່ວມກິດຈະກຳກັບທາງກອງປະກວດ, ດັ່ງນັ້ນ ຄົນລາວເຮົາ ບໍ່ຄວນພາດທີ່ຈະສົ່ງແຮງເຊຍ ແຮງໃຈໄປໃຫ້ Miss Grand Laos 2018.

ສຳລັບການປະກວດ Miss Grand International 2018 ຈະມີຮອບຕັດສິນໃນວັນທີ 25.10.2018 ທີ່ຈະມາເຖິງນີ້, ຢ່າງໃດກໍ່ຝາກຄົນລາວເຮົາທຸກໆຄົນ ຊ່ວຍເປັນກຳລັງໃຈໃຫ້ ນ້ອງ ມາລີ ນົບພະລັດ ກັນຫຼາຍໆເລີຍເດີ້ແຟນໆ. #ຮັກລາວເຊຍລາວ #ເຊຍລາວສຸດໃຈ  ?? ?? ??

ຮູບພາບ: Miss Grand International

ແບ່ງປັນ