ຫຼັງຈາກທີ່ເປັນກະແສດຣ່າມ່າກັນພາຍໃນຂ້າມຄືນ ເນື່ອງຈາກມີປະເດັນທີ່ ໜຸ່ມ ເອ ຜູ້ຊະນະເລີດລາຍການດັງ The Featuring ໄດ້ອອກມາໂພສຜ່ານເຟສບຸກສ່ວນຕົວ ໃນວັນທີ 10 ຕຸລາ 2018 ເຊິ່ງໃຈຄວາມກໍ່ຄື ຍັງບໍ່ໄດ້ເງິນລາງວັນຄ່າຕົວທີ່ຕົນໄດ້ຊະນະເລີດໃນລາຍການດັ່ງກ່າວ, ພໍແຕ່ໂພສນີ້ໄດ້ເຜີຍແຜ່ອອກໄປເຮັດໃຫ້ມີຜູ້ຄົນໃຫ້ຄວາມສົນໃຈ ແລະ ເຂົ້າມາສະແດງຄວາມຄິດເຫັນ ແລະ ກົດໄລ້ ກົດແຊຣກັນແບບລົວໆ.
ຫຼັງຈາກນັ້ນບໍ່ພໍເທົ່າໃດ ໜຸ່ມ ເອ ກໍ່ໄດ້ໂພສອີກຄັ້ງ ເຊິ່ງເປັນການອອກມາໂພສເພື່ອ ຂໍໂທດ ທາງເຈົ້າຂອງໂຄງການດັ່ງນີ້:
ແລະ ຍັງບໍ່ໝົດພຽງແຕ່ເທ່ານັ້ນ ໜຸ່ມຄົນນີ້ກໍ່ຍັງໄດ້ໂພສຢ່າງຕໍ່ເນື່ອງ ກ່ຽວກັບບັນຫາດັ່ງກ່າວວ່າ… ຕົນໄດ້ຮັບເງິນລາງວັນເປັນທີ່ຮຽບຮ້ອຍ ພ້ອມທັງຂອບໃຈ…
ເອົ້າ!!! ງານນີ້ຖືວ່າເຄຍທຸກປະເດັນເນາະ ແລະ ຈົບແບບ Happy Ending!!!
ຮູບພາບ: Ae MX