Breaking News

ມາເບິ່ງ! ຄວາມໜ້າຮັກຂອງ ຕິກ-ມິວ ຄູ່ພະນາງລະຄອນ “ດ້ວຍແຮງອະທິຖານ” ທີ່ໄດ້ມາຖ່າຍທຳທີ່ນະຄອນຫຼວງພະບາງ ປະເທດລາວ

ແບ່ງປັນ

ຊ່ວງຕົ້ນປີ 2018 ຂວັນໃຈ ເຮົາກໍໄດ້ນຳສະເໜີຂ່າວຂອງການເດີນທາງມາຂອງນັກສະແດງຊື່ດັງຈາກປະເທດເພື່ອນບ້ານ ຕິກ ເຈດສະດາພອນ ຜົນດີ ແລະ ມິວ ນິດຖາ  ຈີຣະຢັ່ງຢືນ ພ້ອມດ້ວຍນັກສະແດງຊື່ດັງອີກຫຼາຍທ່ານ ແລະ ທີມງານທີ່ເດີນທາງຍົກກອງມາຖ່າຍທຳລະຄອນ “ດ້ວຍແຮງອະທິຖານ” ກັນເຖິງ  ນະຄອນຫຼວງພະບາງ ປະເທດລາວ, ເຮັດໃຫ້ມີແຟນໆຫຼາຍຄົນໃຫ້ຄວາມສົນໃຈ ຕິດຕາມຂ່າວຂອງຄູ່ພະນາງຄູ່ນີ້ກັນຢ່າງຫຼວງຫຼາຍ ແລະ ປັດຈຸບັນນີ້ລະຄອນດັ່ງກ່າວກໍກຳລັງຢູ່ໃນຊ່ວນອອນແອ ພ້ອມກັບມີສາກທີ່ທັງສອງໄດ້ມາຖ່າຍທຳທີ່ ນະຄອນຫຼວງພະບາງ ປະເທດລາວ ເຮົາອີກດ້ວຍ.

ດັ່ງນັ້ນໃນມື້ນີ້ ຂວັນໃຈ ເຮົາກໍເອົາໃຈແຟນໆເຊັ່ນເຄີຍ… ເພາະທາງເຮົາຈະນຳເອົາຮູບພາບຄວາມໜ້າຮັກຂອງ  ຕິກ ເຈດສະດາພອນ  ແລະ ມິວ ນິດຖາ ຄູ່ພະນາງຈາກລະຄອນເລື່ອງ “ດ້ວຍແຮງອະທິຖານ” ທີ່ພວກເຂົາໄດ້ທ່ອງທ່ຽວ, ຖ່າຍທຳລະຄອນ ແລະ ທຸກໆອະລິຍະບົດຂອງພວກເຂົາໃນການໃຊ້ຊີວິດໃນ  ນະຄອນຫຼວງພະບາງ ປະເທດລາວ ມາຝາກ.

ເບິ່ງແລ້ວອິນໄປຕາມໆກັນ ເບິ່ງໄປຍິ້ມໄປ… #ຢ່າລືມແຊຣໃຫ້ໝູ່ໄດ້ເຫັນໄດ້ຍິ້ມນຳແດ່ເດີ້ 

ຂໍຂອບໃຈສຳລັບຮູບພາບ

ແບ່ງປັນ