Breaking News

ຂ່າວດີມາແລ້ວ! ເປີດຮັບເອກະສານນັກຮຽນຜູ້ທີ່ຈົບຊັ້ນ ມ 7 ເພື່ອສອບເສັງຄັດເລືອກເຂົ້າກໍາລັງ ປກສ ນະຄອນຫຼວງວຽງຈັນ!!! #ແຊຣບອກຕໍ່ໆກັນໄປ

ແບ່ງປັນ

ກະຊວງປ້ອງກັນຄວາມສະຫງົບ ກອງບັນຊາການນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ ສະບັບເລກທີ 1023/ປກສ.ນວ ໃນວັນທີ 9 ຕຸລາ 2018 ທີ່ຜ່ານມາ  ເພື່ອແຈ້ງການໃຫ້ ບັນດາພະນັກງານ, ທະຫານ, ຕຳຫຼວດ ແລະ ພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນ ໃຫ້ຮັບຊາບວ່າ ໃນເວລານີ້ໄດ້ມີການເປີດຮັບເອກະສານນັກຮຽນຜູ້ຈົບຊັ້ນ ມ7 ເພື່ອສອບເສັງຄັດເລືອກເຂົ້າກຳລັງ ປກສ ນະຄອນຫຼວງວຽງຈັນ ແລະ ຕ້ອງສະເພາະຄົນທີ່ຂຶ້ນທະບຽນສຳມະໂນຄົວ ຢູ່ນະຄອນຫຼວງວຽງຈັນເທົ່ານັ້ນ ເປີດຮັບນັບແຕ່ວັນທີ 10-15 ຕຸລາ 2018 ເພື່ອຄັດເລືອກສອບເສັງເຂົ້າເປັນກຳລັງປ້ອງກັນຄວາມສະຫົງບ ນະຄອນຫຼວງວຽງຈັນ (ສະຖານທີ່ແມ່ນສະໝັກຢູ່ຫ້ອງການເມືອງ ປກສ ນະຄອນຫຼວງວຽງຈັນ ຊັ້ນ4)

ສຳລັບ! ລາຍລະອຽດແບບຟອມການສະໝັກ ສາມາດເບິ່ງໄດ້ຕາມແຈ້ງການດັ່ງລຸ່ນນີ້:

ໂອກາດມາຮອດແລ້ວ…ຂ່າວດີແບບນີ້ ຢ່າລືມແຊຣບອກຕໍ່ໆກັນໄປ!!!

ຮູບພາບຈາກ: Lao Youth Radio FM 90.0 Mhz

ແບ່ງປັນ