Breaking News

ຄົນລາວທັງສາມຖືກປັບໄໝ ພ້ອມຄືນເງິນໃຫ້ຈຳນວນໜຶ່ງ ສ່ວນເງິນທີ່ເຫຼືອຫຼາຍລ້ານບາດ ແລະ ລົດໃຫ່ຍ ແມ່ນຖືກຍຶດເຂົ້າຫຼວງໄທ!!!

ແບ່ງປັນ

ເກາະຕິດກະແສ ມາອັບເດດ  ຫຼັງຈາກໄດ້ມີລາຍງານຈາກສື່ໄທ ໃນວັນທີ 11 ຕຸລາ 2018 ທີ່ຜ່ານມາວ່າ ເຈົ້າໜ້າທີ່ໜອງຄາຍໄດ້ກວດ ແລະ ຍຶດເງິນສົດເປັນຈຳນວນ 38,000,000 ລ້ານບາດ ເຊິ່ງເງິນດັ່ງກ່າວເປັນເງິນຂອງຄົນລາວ ທີ່ເຊື່ອງໄວ້ພາຍໃນລົດເກງ ແລະ ກຳລັງຈະຂົນຂ້າມປະເທດ.

ຈາກການສອບສວນເບື້ອງຕົ້ນທັງສາມຄົນຍອມຮັບສາລະພາບວ່າໄດ້ຊຸກເຊື່ອງເງິນທັງໝົດແທ້ ໂດຍຕ່າງຄົນຕ່າງມີທຸລະກິດຂອງຕົນເອງ ຊຶ່ງເປັນເງິນທີ່ໄດ້ມາຈາກການຂາຍອາຫານສົດ ແລະ ອາຫານແຫ້ງ ລວມຮອດເຮັດທຸລະກິດແລກປ່ຽນເງິນຕາ ໃນນະຄອນຫຼວງວຽງຈັນ ສປປ ລາວ, ເມື່ອຜູ້ກະທຳຜິດທັງສາມຄົນ ຍອມຮັບຜິດ ແລະ ຍິນຍອມລະງັບຄະດີໃນຊັ້ນສຸລະກາກອນ ກໍຈະຖືກປັບໄໝເງິນຄົນລະ 20,000 ບາດ ແລະ ຄືນເງິນໃຫ້ຄົນລະ 2 ລ້ານບາດ, ຕາມສິດ, ສ່ວນເງິນທີ່ເຫຼືອ 32 ລ້ານບາດ ຍຶດເຂົ້າລັດ ລວມທັງລົດໃຫຍ່ກໍ່ຖືກຍຶດເຊັ່ນດຽວກັນ.

(ເບິ່ງຄລິບ ຄວາມຄືບໜ້າ)

(ຂໍຂອບໃຈທີມາຮູບພາບ ແລະ ຄລິບຂ່າວ)

ແບ່ງປັນ