Breaking News

ມື້ນີ້ແລ້ວ! ມາຮ່ວມເຊຍ ມາລີ ນົບພະລັດ ໃນຮອບຊຸດປະຈຳຊາດໃນເວທີໂລກ Miss Grand International 2018

ແບ່ງປັນ

ມື້ນີ້ແລ້ວ! ມາຮ່ວມເຊຍ ມາລີ ນົບພະລັດ ສີໄກພັກ Miss Grand Laos 2018  ໃນຮອບການແຂ່ງຂັນຊຸດປະຈຳຊາດ (National Costume Competition) ໃນເວທີໂລກ Miss Grand International 2018.

ປະເທດລາວ ກໍໄດ້ມີການສົ່ງສາວງາມຕົວແທນ ໄປປະກວດນາງງາມເວທີລະດັບໂລກ Miss Grand International ຄັ້ງນີ້ກໍ່ຖືວ່າເປັນປີທີ່ 2 ແລ້ວ, ນອກຈາກສາວງາມ ກໍ່ຍັງມີອີກສິ່ງໜຶ່ງທີ່ເຮັດໃຫ້ພໍ່ແມ່ພີ່ນ້ອງເວົ້າເຖິງຢູ່ສະເໝີ ກໍຄືຊຸດປະຈຳຊາດ ທີ່ສາວງາມໄດ້ສວມໃສ່, ໃນປີນີ້ກໍ່ແມ່ນ ນ້ອງ ນົບພະລັດ ສີໄກພັກ (ມາລີ) Miss Grand Laos 2018 ແລະ ຕ້ອງຂໍບອກເລີຍວ່າ ຊຸດປະຈຳຊາດລາວ ໃນແຕ່ລະປີແມ່ນ ອະລັງການງານສ້າງ ມີຄວາມຄິດສ້າງສັນ ອອກແບບ ແລະ ຕັດຫຍິບໄດ້ຢ່າງງົດງາມ ແຕ່ລະຊຸດລ້ວນມີຄວາມໝາຍ, ເຊິ່ງ ມາລີ ກໍຍັງໄດ້ໂພສຜ່ານເຟສບຸກສ່ວນຕົວ ເພື່ອແຈ້ງໃຫ້ທຸກໆຄົນໄດ້ຊາບວ່າ…

ດັ່ງນັ້ນ!! ຈຶ່ງຝາກໃຫ້ພໍ່ແມ່ພີ່ນ້ອງຄົນລາວທຸກຄົນມາຮ່ວມໃຫ້ກຳລັງໃຈ ຮ່ວມເຊຍ  ແລະ ຮ່ວມໂຫວດໃຫ້ສາວງາມຈາກປະເທດລາວເຮົາ.

ເຊິ່ງ ຊຸດປະຈຳຊາດລາວ ໃນປີນີ້ແມ່ນ “ຊຸດນາງສັງຂານລາວ “ຊຸດນີ້ໄດ້ແຮງບັນດານໃຈມາຈາກປະເພນີວັນສຳຄັນ ກໍຄືວັນຂຶ້ນປີໃໝ່ລາວ, ເຊິ່ງເປັນປະເພນີທີ່ມີຊື່ສຽງໂດ່ງດັ່ງໄປທົ່ວໂລກ ທີ່ສາມາດດຶງດູດນັກທ່ອງທ່ຽວຈາກຫລາຍປະເທດໃຫ້ເຂົ້າມາຢ້ຽມຢາມປະເທດລາວ ໂດຍສະເພາະແມ່ນຢູ່ ນະຄອນຫລວງພະບາງ ທີ່ມີການປະກວດນາງສັງຂານໃນແຕ່ລະປີ.

ດັ່ງນັ້ນ, ຊຸດນີ້ຈຶ່ງດຶງເອົາເອກະລັກຄວາມໂດດເດັ່ນຂອງ “ນາງ ມະໂຫທອນເທວີ” ມາດັດແປງເປັນຊຸດປະຈຳຊາດ, ດຶງເອົານົກຍູງທີ່ມີຄວາມສະຫງ່າງາມມາເປັນສ່ວນໜຶ່ງຂອງຊຸດ ແລະ ໃຫ້ສາວງາມແຕ່ງກາຍຄ້າຍດັ່ງກຳລັງນັ່ງຢູ່ເທິງຫຼັງນົກຍູງໃຫ້ມີລັກສະນະຄ້າຍຄືນາງ ມະໂຫທອນເທວີ ຕອນສະເດັດລົງມາຢືນຢູ່ເທິງຫຼັງນົກຍູງ.
ຊຸດນີ້ຈະເນັ້ນໃຊ້ໂທນສີຂຽວ ແລະ ສີຄຳ, ເຊິ່ງສີຂຽວແມ່ນມາຈາກສີສັນຂອງນົກຍູງ ແລະ ສີຄຳແມ່ນຈາກເຄື່ອງປະດັບທີ່ສັງຄົມລາວນິຍົມໃຊ້ແຕ່ງກາຍ ແລະ ປະດັບ. ແລະ ຈຸດປະສົງຂອງການດັດແປງຊຸດນີ້ແມ່ນລ້ວນແຕ່ເຮັດເພື່ອການໂຄສະນາ ແລະ ເຜີຍແຜ່ວັດທະນະທຳ ແລະ ບຸນປະເພນີອັນດີງາມ ໂດຍການປະສົມປະສານກັບງານສິລະປະແບບດັ້ງເດີມ ແລະ ທັນສະໄໝຜ່ານເຄື່ອງແຕ່ງກາຍຂອງສາວງາມໄດ້ຢ່າງລົງຕົວ, ເຊິ່ງຊຸດດັ່ງກ່າວອອກແບບໂດຍຊ່າງແຕ່ງໜ້າຊື່ດັງ Saykeo Make ແລະ ໃຊ້ເວລາຕັດ ເຖິງ 2ເດືອນ ແລະ ມີນໍ້າໜັກເຖິງ 15 ກິໂລກຼາມ.

ຢ່າງໃດເຮົາຄົນລາວກໍ່ຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ #ຮັກລາວເຊຍລາວ ??

Story: ຊະນີIndy

ຮູບພາບ: fb/Nobphalat Skp  ,Miss Grand International

ແບ່ງປັນ