ໄດ້ແລ້ວເດີ້… ຢາກຈະມາຝອຍເລື່ອງປະເດັນ Talk of the town ໃນຊ່ວງທ້າຍອາທິດທີ່ຜ່ານມາ ຫຼັງຈາກໄດ້ຮູ້ກັນໄປຄ່າວໆແລ້ວວ່າ ສຸກ ສາຍສີ ອາຍຸ 23 ປີ ອາຊີບນັກຮ້ອງ ເປັນໜຸ່ມໂສດຈາກປະເທດລາວ ໄດ້ໄປອອກລາຍການເລືອກຄູ່ຊື່ດັງ Take Me Out Thailand ທີ່ປະເທດໄທ, ຫຼ້າສຸດເພິ່ນກໍ່ໄດ້ສາວມາຄວງແລ້ວເດີ້ ເປັນສາວໄທ ໜ້າຕາໜ້າຮັກ ນາມວ່າ ຝ້າຍ, ຫັນແນ່…ເວົ້າມາແລ້ວກໍ່ຢາກເຫັນແມ່ນບໍ່ວ່າສາວໄທຂອງໜຸ່ມລາວຄົນນີ້ຈະມີນິດໃສໃຈຄໍ ແລະ ມີຄວາມໜ້າຮັກປານໃດ ລອງມາເບິ່ງຄລິບທີ່ ຊະນີIndy ໄດ້ເອົາມາຝາກກັນນີ້ເບິ່ງເນາະ.
ເບິ່ງແລ້ວເປັນແນວໃດແດ່ ທັງສອງເໝາະສົມກັນແດ່ບໍ່? ສ່ວນຄວາມສຳພັນຂອງທັງສອງຈະເປັນແນວໃດຕໍ່ໄປ ກໍຄົງຕ້ອງໄດ້ຕິດຕາມກັນໄປແບບຍາວໆ ແລະ ຈັບຕາກັນແບບບໍ່ໄດ້ຫຼັບ ບໍ່ໄດ້ນອນກັນເລີຍເດີ້ງານນີ້!!!
ຮູບພາບ ແລະ ຄລິບຈາກ: Take Me Out Thailand