Breaking News

ສະແດງຄວາມຍິນດີ! ໄດ້ແລ້ວ Miss international laos 2018 ຄົນໃໝ່ ຈະໄດ້ເປັນຕົວແທນປະເທດລາວໄປປະກວດທີ່ຍີ່ປຸ່ນ ພະຈິກນີ້!!!

ແບ່ງປັນ

ແວະວຽນມາອີກໜຶ່ງເວທີປະກວດນາງງາມ Miss international laos 2018 ປະກາດຜົນກັນໄປແບບສົດໆຮ້ອນໆໃນຄໍ່າຄືນຂອງວັນທີ 14 ຕຸລາ 2018 ແລະ ເຮົາກໍ່ໄດ້ຮູ້ກັນແລ້ວວ່າ ສາວງາມທີ່ຄວ້າມົງກຸດອັນຊົງກຽດໃນປີນີ້ໄປກໍຄື ປິຍະມາດ ພູນປະເສີດ (ບາບີ້) ໄດ້ເປັນ Miss international laos 2018 ແລະ ຈະໄດ້ເປັນຕົວແທນສາວງາມຈາກປະເທດລາວ ໄປປະກວດ Miss international 2018 ທີ່ປະເທດຍີ່ປຸ່ນ ໃນວັນທີ 9 ພະຈິກ 2018 ນີ້. (ຂໍສະແດງຄວາມຍິນດີນຳຫຼາຍໆ)

ສ່ວນຕຳແໜ່ງຮອງ Miss international laos 2018 ມີດັ່ງນີ້:

ຮອງອັນດັບ1 ນາງ ຢາດຟ້າ ພົມມະວົງໄຊ

ຮອງອັນດັບ2 ນາງ ຄຸນນະສິນ ພິມພາ

ຢ່າງໃດກໍ່ຂໍສະແດງຄວາມຍິນດີກັບບັນດານ້ອງໆສາວງາມທີ່ໄດ້ຮັບຕຳແໜ່ງ ແລະ ກຳລັງຈະໄດ້ເປັນສາວງາມຕົວແທນປະເທດລາວ ໄປປະກວດໃນເວທີລະດັບໂລກ ແລະ ຈົ່ງເຮັດໜ້າທີ່ອັນຊົງກຽດທີ່ໄດ້ຮັບໃນຄັ້ງນີ້ ໃນການເຜີຍແຜ່ໃຫ້ຕ່າງຊາດໄດ້ຮູ້ຈັກວ່າປະເທດລາວເຮົາກໍ່ເປັນປະເທດທີ່ມີດີຫຼາຍຢ່າງ ແລະ ຄົນລາວເຮົາກໍ່ມີຄວາມສາມາດບໍ່ແພ້ຊາດອື່ນໃນໂລກ.

#ແຊຣໄປໃຫ້ໂລກຮູ້ນີ້ຄືສາວລາວ

ຮູບພາບ: Miss International Laos ມີສອິນເຕີເນຊັນແນສ ລາວ

ແບ່ງປັນ