Breaking News

ມາເບິ່ງ! ໂຄສະນາສະທ້ອນສັງຄົມ ເພື່ອກະຕຸ້ນໃຫ້ແມ່ຍິງໄດ້ເປັນໂຕຂອງໂຕເອງ!!!

ແບ່ງປັນ

ໃນປະເທດ ຍີ່ປຸ່ນ ບໍ່ວ່າຈະເປັງຫຍັງກໍເປັນ Uniform ໄປໝົດ ບໍ່ເວັ້ນແຕ່ເວລາໄປສະໝັກງານທີ່ແມ່ຍິງຕ້ອງໃສ່ສູດດຳ-ກະໂປ່ງຍາວ-ເກີບສົ້ນສູງ ແຖມຕ້ອງເຮັດຜົມຊົງຫາງມ້າ ພ້ອມໜ້າມ້າປາດຢ່າງເປັນລະບຽບຮຽບຮ້ອຍ, ດັ່ງນັ້ນ!!! Pantene ຈຶ່ງທົນບໍ່ໄຫວ ແລະ ເຮັດສື່ໂຄສະນາໃຫ້ສາວໆໄດ້ອອກມາປະກາດຈຸດຍືນ ແລະ ເປັນຕົວຂອງຕົວເອງ.

ເລື່ອງມັນເລີ່ມທີ່ຢູ່ປະເທດ ຍີ່ປຸ່ນ ຈະມີຊ່ວງທີ່ຜູ້ຄົນຈະຊອກກາວຽກເຮັດ ແລະ ຈະມີເອີ້ນໄດ້ວ່າເປັນລະດູແຫ່ງການສະໝັກວຽກເລີຍກໍວ່າໄດ້ ເຮັດໃຫ້ເວລາຍ່າງໄປໃສໃນປະເທດດັ່ງກ່າວກໍຈະພົບເຈິແຕ່ຄົນທີ່ແຕ່ງຕົວຄ້າຍໆກັນໄປໝົດ ໂດຍສະເພາະນັກສຶກສາຍິງຈົບໃໝ່ທີ່ຕ້ອງມາພ້ອມກັບສູດສີດຳ ແລະ ກະໂປງສີດຳ ໃສ່ຖົງຕີນ ກັບເກີບສົ້ນສູງ ແຕ່ທີ່ຂາດບໍ່ໄດ້ເລີຍຄືທົງຜົມລວບຫາງມ້າ ພ້ອມກັບໜ້າມ້າປາດ

ເຮັດໃຫ້ Pantene ປະເທດ ຍີ່ປຸ່ນ ຕັດສິນໃຈເຮັດແບບສຳຫຼວດກັບແມ່ຍິງທີ່ກຳລັງຊອກວຽກກວ່າ 1,000 ຄົນ ແລະ ພົບວ່າພວກນາງຕ່າງກໍພາກັນຢາກມີອິດສະຫຼະໃນການແຕ່ງກາຍ ເວລາທີ່ໄປສະມັກວຽກຫຼາຍຂຶ້ນ ໂດຍສະເພາະເລື່ອງຊົງຜົມ ແຕ່ທຸກໆຄົນກໍເຂົ້າໃຈເຖິງຄວາມຍາກທີ່ຈະປ່ຽນແປງ, ດັ່ງນັ້ນ Pantene ຈຶ່ງ Tweet ຮູບພາບເພື່ອສະແດງໃຫ້ເຫັນວ່າແມ່ຍິງທຸກຄົນສາມາດເຮັດເລື່ອງນີ້ໄດ້

ນອກຈາກນີ້ຍັງຊື້ໂຄສະນາໜັງສືພິມການເງິນຢ່າງNikkei ແບບເຕັມໜ້າ ເພື່ອສະແດງຮູບພາບ ແລະ ຂໍ້ຄວາມດຽວທີ່ໃຊ້ໃນTwitterດ້ວຍ ເຊິ່ງປະໂຫຍກກໍຄົງບໍ່ພົ້ນ “ຖ້າບໍ່ເຮັດຊົງຜົມນັ້ນ ຂ້ອຍຈະບໍ່ໄດ້ວຽກເລີຍຫວາ” ລວມເຖິງ “ຫວັງວ່າການໄປສະໝັກງານໂດຍບໍ່ຕ້ອງມັດຜົມຊົງຫາງມ້າຈະເປັນເລື່ອງປົກກະຕິຂອງປະເທດຍີ່ປຸ່ນ”

ແລະຖ້າເບິ່ງໄປທີ່ພາບດີໆ ຈະເຫັນວ່າຕົວຮູບພາບພົບມາດ້ວຍຕົວອັກສອນທີ່ອຸດົມໄປດດ້ວຍຄຳຕອບຈາກແບບສຳຫຼວດກ່ຽວກັບເລື່ອງການແຕ່ງກາຍໄປສະໝັກວຽກທີ່ Pantene ໄດ້ຈັດເຮັດຂຶ້ນ ໂດຍ 81% ຂອງຜູ້ເຮັດແບບສອບຖາມບອກວ່າ ພວກນາງຍອມບໍ່ເປັນຕົວຂອງຕົວເອງ ຫຼື ເັຮດຜົມໜ້າມ້າ ເພື່ອຫວັງຈະເຂົ້າໃນສັງຄົມນີ້ ແລະ ໄດ້ຮັບຕຳແໜ່ງໃນວຽກທີ່ມັກ

ທີ່ສຳຄັນໂຄສະນາດັ່ງກ່າວມານີ້ ແມ່ນໄດ້ຮັບຄຳຍ້ອງຍໍຈາກຜຸູ້ຄົນທົ່ວໂລກໃນສື່ Online ຢ່າງຫຼວງຫຼາຍ ເພາະທຸກຄົນລ້ວນຕ້ອງການປ່ຽນແປງວັດທະນະທຳແບບເກົ່າໆ ເຊິ່ງກ່ອນໜ້ານີ້ການລົງໂຄສະນາເຕັມໜ້າໜັງສືພິມເພື່ອປ່ຽນແປງສິ່ງເກົ່າໆ ກໍມີມາແລ້ວເຊັ່ນ Godiva ທີ່ຍາກຈະປ່ຽນແປງວັດທະນະທຳວາເລັນທາຍ

#1000人の就活生のホンネ

「#就活をもっと自由に !!」パンテーンから1日限定で公開したCMを、こちらでもご紹介します。当時は意識していなかったけど、私もひっつめ髪をしていたなぁ…という方は多いかもしれませんね。皆さんはこのCMについてどう思われますか?https://pantene.jp/ja-jp/brandexperience/hair-we-go

Posted by パンテーン on Monday, October 1, 2018

ທີ່ມາ: Soranews24

ແບ່ງປັນ