ທະນາຄານແຫ່ງ ສປປ ລາວ ໄດ້ອອກແຈ້ງການສະບັບເລດທີ 424/ທຫລ ແລະ ແຈ້ງໃຫ້ຊາບວ່າໃນໄລຍະທີ່ຜ່ານມາຍັງມີບຸກຄົນ, ນິຕິບຸກຄົນ, ພໍ່ຄ້າຊາວຂາຍ ແລະ ບັນດາຫ້າງຮ້ານຕ່າງໆ ໃນ ສປປ ລາວ ນຳເອົາທະນະບັດ (ເງິນກີບ) ໃບໃໝ່ໄປວາງຂາຍ ຫຼື ແລກປ່ຽນເພື່ອເກງກຳໄລ ໃນຮູບແບບຕ່າງໆເຊັ່ນ: ວາງຂາຍຕາມຮ້ານຂາຍວັດຖຸເຄື່ອງມີຄ່າ ແລະ ເຮັດເປັນຕົ້ນກາລະພຶກ ເພື່ອວາງຂາຍ ແລະ ອື່ນໆ, ເຊິ່ງການກະທຳດັ່ງກ່າວຖືວ່າເປັນສິ່ງທີ່ບໍ່ຖືກຕ້ອງ, ຂັດຕໍ່ການຮັກສາຄ່າຂອງເງິນກີບ ແລະ ຂໍ້ຫ້າມຂອງກົດໝາຍຂອງທະນາຄານແຫ່ງ ສປປ ລາວ ສະບັບປັບປຸງເລກທີ 47/ສພຊ, ລົງວັນທີ 19 ມິຖຸນາ 2018, ສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ.
ສະນັັ້ນ!! ທະນະຄານແຫ່ງ ສປປ ລາວ ຈຶ່ງບໍ່ອະນຸຍາດໃຫ້ບຸກຄົນ, ນິຕິບຸກຄົນ, ພໍ່ຄ້າຊາວຂາຍ ແລະ ບັນດາຫ້າງຮ້ານຕ່າງໆ ໃນ ສປປ ລາວ ນຳເອົາທະນະບັດ (ເງິນກີບ) ໃບໃໝ່ໄປວາງຂາຍ ຫຼື ແລກປ່ຽນເພື່ອເກງກຳໄລໃນທຸກຮູບແບບໂດຍເດັດຂາດ, ຜູ້ໃດພົບເຫັນການກະທຳຜິດດັ່ງກ່າວ ສາມາດແຈ້ງຕໍ່ເຈົ້າໜ້າີທ່ຕຳຫຼວດປະຈຳທ້ອງຖິ່ນ ເພື່ອລົງກວດກາ, ກໍລະນີພົບເຫັນຈະຖືກປະຕິບັດມາດຕະການຈາກເຈົ້າໜ້າທີ່ຕຳຫຼວດຕາມກໍລະນີເບົາ ຫຼື ໜັກດັ່ງນີ້:
- ພົບເຫັນຄັ້ງທຳອິດ ຈະຖືກກ່າວເຕືອນ ແລະ ເຮັດບົດບັນທຶກໄວ້ເປັນລາຍລັກອັກສອນ
- ພົບເຫັນຄັ້ງທີ 2 ຈະຖືກປັບໄໝ 1,000,000 (ໜື່ງລ້ານ) ກີບ
- ພົບເຫັນຄັ້ງທີ 3 ຈະຖືກປັບໄໝ 3,000,000 (ສາມລ້ານ) ກີບ
- ພົບເຫັນຄັ້ງທີ 4 ຈະຖືກປັບໄໝ 20,000,000 (ຊາວລ້ານ) ກີບ
ດັ່ງນັ້ນ! ຈຶ່ງແຈ້ງມາໃຫ້ພໍ່ແມ່ພີ່ນ້ອງຊາວລາວໄດ້ຮັບຊາບ ແລະ ຈັດຕັ້ງປະຕິບັດຕາມແຈ້ງການຢ່າງເຂັ້ມງວດ!!!
ທີ່ມາ: Support Prime Minister Thongloun Sisoulith