Breaking News

ເຖິງຈະບໍ່ຕິດ Top10 ແຕ່ຊຸດປະຈຳຊາດລາວຍັງພໍມີຫວັງ!!!

ແບ່ງປັນ

ປະກາດຜົນກັນໄປແລ້ວ ສຳລັບ Top10 ຊຸດປະຈຳຊາດໃນການປະກວດ Miss Grand International 2018 ທີ່ປະເທດ ມຽນມ້າ ເຊິ່ງທາງເພສຫຼັກຂອງກອງປະກວດກໍ່ໄດ້ເປີດເຜີຍ List ລາຍຊື່ປະເທດທີ່ເຂົ້າຮອບມາແລ້ວມີດັ່ງນີ້:

1. Miss Grand Cambodia

2. Miss Grand Vietnam
3. Miss Grand Haiti
4. Miss Grand Indonesia
5. Miss Grand Mexico
6. Miss Grand Paraguay
7. Miss Grand Peru
8. Miss Grand Philippines
9. Miss Grand India
10. Miss Grand Myanmar

ແຕ່ເຫັນຄືກັນບໍ່? ວ່າໃນ Top10 ຊຸດປະຈຳຊາດ ນັ້ນບໍ່ມີ Miss Grand Laos ແຕ່ບໍ່ຕ້ອງເສຍໃຈໄປເດີ້ ເພາະຖືວ່າພໍ່ແມ່ພີ່ນ້ອງຄົນລາວເຮົາທຸກຄົນກໍໄດ້ໃຫ້ຄວາມສຳຄັນຊ່ວຍໂຫວດ ຊ່ວຍແຊ ຊ່ວຍເຊຍ ແລະ ໃຫ້ກຳລັງໃຈສາວງາມຕົວແທນປະເທດລາວກັນຢ່າງຢ່າງເຕັມທີ່ແລ້ວ, ທາງເພສ  Miss Grand International  ບໍ່ໄດ້ພຽງແຕ່ປະກາດຜົນ Top10 ຊຸດປະຈຳຊາດ ເທົ່ານັ້ນ ເພາະຍັງບອກອີກວ່າຈະມີການຄັດເລືອກຊຸດປະຈຳຊາດອີກ 10 ຊຸດ ລວມທັງໝົດເປັນ 20 ຊຸດ ແລະ ຈະມີການເປີດໃຫ້ໄດ້ໂຫວດອີກຄັ້ງ ຖືວ່າ Miss Grand Laos ເຮົາກໍຍັງພໍມີຫວັງ!!!

ກຽມຕິດຕາມວ່າການຄັດເລືອກຊຸດປະຈຳຊາດໃນຊຸດໃໝ່ຈາກຄະນະກຳມະການ ໜຶ່ງໃນນັ້ນຈະມີ ຊຸດປະຈຳຊາດລາວເຮົາບໍ່?  ແລະ ຈະມີການປະກາດຜົນ ຊຸດແຕ່ງກາຍປະຈຳຊາດດີເດັ່ນ (Best National Costume) ໃນຮອບຕັດສິນ (Final Show) ໃນວັນທີ 25 ຕຸລາ 2018 ນີ້ ຢ່າລືມເຂົ້າໄປເຊຍລາວກັນຫຼາຍໆເດີ້ພໍ່ແມ່ພີ່ນ້ອງ.

ສາມາດຕິດຕາມການປະກວດໄດ້ທີ່ເພສ  Miss Grand International 

ແບ່ງປັນ