Breaking News

ເຄັດລັບດີໆ! ອອກເດີນທາງແນວໃດ? ໃຫ້ມີຄວາມສຸກຫຼາຍກວ່າເກົ່າ…

ແບ່ງປັນ
 ໃນຍຸກທີ່ໃຜໆ ກໍຢາກອອກເດີນທາງໄປທ່ອງທ່ຽວ ອາດຈະຫຼາຍ ຫຼືໜ້ອຍ ກໍຂຶ້ນກັບເວລາ ແລະ ປັດໃຈທີ່ອໍານວຍ; ຫຼາຍໆຄົນທ່ອງທ່ຽວມາຫຼາກຫຼາຍສະຖານທີ່ທົ່ວໂລກ ແລະ ກໍຈະມີເພີ່ມຂຶ້ນເລື້ອຍໆ ແຕ່ກໍຍັງຮູ້ສຶກມີຄວາມສຸກສະເໝີເມື່ອໄດ້ອອກເດີນທາງທຸກຄັ້ງ; ແຕ່ບາງຄົນເລີ່ມບໍ່ມ່ວນຄືຕອນທໍາອິດທີ່ອອກເດີນທາງ, ແຕ່ກໍບໍ່ຮູ້ເຫດຜົນຄືກັນວ່າເປັນຫຍັງຈຶ່ງເປັນແບບນັ້ນ ແລະ ສຸດທ້າຍບາງຄົນກໍເລືອກທີ່ຈະຢຸດການອອກເດີນທາງ ເພາະໝົດແລ້ວຄວາມມ່ວນທີ່ເຮົາຕ້ອງການ; ສະນັ້ນ ມາເບິ່ງວ່າເຮົາມີວິທີໃດແດ່ ທີ່ຈະເຮັດໃຫ້ການເດີນທາງເປັນເລື່ອງມ່ວນ ແລະ ນໍາຄວາມສຸກມາໃຫ້ເຮົາຢູ່ສະເໝີ…  
1. ຢ່າຄາດຫວັງ ບາງຄັ້ງຮູບ ຫຼືຄໍາບອກເລົ່າ ມັກຈະເຮັດໃຫ້ເຮົາຝັນເຖິງສະຖານທີ່ຕ່າງໆໄປໄກເລີຍ ແຕ່ເມື່ອເຖິງເວລາເດີນທາງໄປສໍາພັດດ້ວຍຕົວເອງແລ້ວ ກັບຕ້ອງພົບກັບຄວາມຜິດຫວັງຢູ່ເປັນປະຈໍາ ຈົນບາງຄັ້ງຮູ້ສຶກວ່າ ມັນບໍ່ຄຸ້ມຄ່າທີ່ສຸດເລີຍ ຈົນເຮັດໃຫ້ຄິດຢ້ານການເດີນທາງຄັ້ງຕໍ່ໄປ… ສະນັ້ນ ເຮົາຄວນຈະຄາດຫວັງກັບສະຖານທີ່ພໍປະມານ ບໍ່ຕ້ອງຈີນຕະນາການໄວ້ກ່ອນໄດ້ກໍຈະຍິ່ງດີ ເພາະຈາກສື່ຕ່າງໆທີ່ອອກມາເຊັ່ນ: ຮູບເງົາ ຫຼື ເພສໂປຼໂມດແຫຼ່ງທ່ອງທ່ຽວ ມັນມັກຈະຍິ່ງໃຫຍ່ ແລະ ເຮັດເກີນຄວາມເປັນຈິງຢູ່ສະເໝີ
2. ຜູກສໍາພັນ ລະຫວ່າງການເດີນທາງ ບາງເທື່ອເຮົາຕ້ອງພົບກັບຄູ່ຮ່ວມເດີນທາງ ແຕ່ເຮົາເບິ່ງເຂົາເປັນຄົນແປກໜ້າ ຫຼືສ່ວນເກີນຂອງທຣິບ ເຮັດໃຫ້ຮູ້ສຶກອຶດອັດສະເໝີເມື່ອຕ້ອງຮ່ວມເດີນທາງກັບຄົນອື່ນ ໂດຍສະເພາະຄົນຕ່າງຊາດ ເມື່ອພົບຫຼາຍໆ ບາງຄົນກໍບໍ່ຢາກເດີນທາງທ່ອງທ່ຽວອີກເລີຍ… ສະນັ້ນ ເຮົາຄວນຈະລອງຜູກສໍາພັນກັບພວກເຂົາເຫຼົ່ານັ້ນແດ່ ບໍ່ຈໍາເປັນຕ້ອງລຸຍແບບໄປໃສໄປກັນ ຫຼື ສະໜິດສະໜົມ ປານຄົບກັນມາເປັນ 10 ປີກໍໄດ; ພຽງແຕ່ຍິ້ມ, ທັກທາຍ ຫຼື ງຶກຫົວໃຫ້ ທຸກຄັ້ງທີ່ພົບກັນ ເຂົາຖາມຫຍັງກໍຕອບໄປງ່າຍໆ ເພາະເຖິງວ່າເຮົາຈະເວົ້າພາສາເຂົາບໍ່ໄດ້ ແຕ່ການເວົ້າໂຕ້ຕອບໄປກໍເຮັດໃຫ້ຄວາມສໍາພັນ ແລະ ບັນຍາກາດດີຂຶ້ນສະເໝີ
3. ວາງແຜນ ຫຼາຍໆຄົນຕັ້ງເປົ້າທີ່ຈະຢ້ຽມຢາມຕ່າງແດນ ໃນເທສະການພິເສດເຊັ່ນ: ໄລຍະດອກໄມ້ບານ, ຫິມະຕົກ ແລະ ເທສະການຕ່າງໆທີ່ເກີດຂຶ້ນໃນຕ່າງປະເທດ; ແຕ່ຕ້ອງຜິດຫວັງເມື່ອພົບວ່າ ຍັງບໍ່ຮອດເວລາຂອງສິ່ງທີ່ງາມທີ່ສຸດ ແລ້ວກໍນໍາເອົາຄວາມບໍ່ປະທັບໃຈກັບບ້ານ… ສະນັ້ນ ເຮົາຕ້ອງວາງແຜນຈັກໜ້ອຍກ່ອນໄປ Check ເບິ່ງວ່າໄລຍະໃດເປັນໄລຍະທີ່ງົດງາມທີ່ສຸດແຫ່ງປີ ເພາະເທສະການທີ່ອິງກັບທໍາມະຊາດ ໄລຍະແຕ່ລະປີຈຶ່ງບໍ່ກົງກັນ ເຮົາຈຶ່ງຄວນ Check ຢູ່ສະເໝີກ່ອນຈະວາງແຜນເດີນທາງ, ລວມໄປເຖິງສະພາບອາກາດວ່າຝັນຈະຕົກ ຫຼືບໍ່?
4. ປ່ອຍເວລາ ບາງຄັ້ງການເດີນທາງທີ່ໜັກ ແລະ ຕິດຕໍ່ກັນເກີນໄປກໍເຮັດໃຫ້ເຮົາເມື່ອຍ ແລະ ເກີດອາການເພຍໄດ້ ເຊິ່ງມັນກໍບໍ່ແມ່ນເລື່ອງມ່ວນແນ່ນອນ ຖ້າເຮົາຕ້ອງປ່ຽນບ່ອນນອນທຸກໆ 3 ຄືນ ແລະ ແລ່ນຊອກສະຖານທີ່ທ່ອງທ່ຽວແບບເລັ່ງດ່ວນ… ລອງຈັດໃຫ້ມີມຶ້ື້ວ່າງໆໃນທຣິບຈັກມື້ໜຶ່ງ ໂດຍບໍ່ຕ້ອງກໍານົດວ່າຈະທ່ຽວໃສ, ຕ້ອງໄປບ່ອນໃດ ພຽງນັ່ງພັກຊື່ໆເບິ່ງຜູ້ຄົນ ແລະ ໃຊ້ຊີວິດສະບາຍສະບາຍ ຮັບຮອງວ່າຄວາມເມື່ອຍທີ່ມີມາຕະຫຼອດທັງທຣິບຈະໝົດໄປຢ່າງແນ່ນອນ
5. ຢ່າຕັ້ງເປົ້າທີ່ຈໍາກັດຕົວເອງ ການຕັ້ງເປົ້າໝາຍວ່າ ປີນີ້ເຮົາຕ້ອງໄປທ່ຽວໃຫ້ໄດ້ 10 ປະເທດ; ຄວາມຈິງແລ້ວຖືວ່າເປັນເລື່ອງທີ່ດີມັນເຮັດໃຫ້ເຮົາໄດ້ຕັ້ງເປົ້າ ແລະ ພະຍາຍາມເຮັດໃຫ້ໄດ້ ແຕ່ບາງຄັ້ງມັນກໍເປັນຜົນເສຍ ເພາະເຮົາຍຶດຕິດກັບຈໍານວນປະເທດຫຼາຍເກີນໄປ… ບາງຄັ້ງເຮົາໄປປະເທດທີ່ໜ້າສົນໃຈ ແຕ່ເຮົາໃຊ້ເວລາໜ້ອຍເກີນໄປ ພຽງເພາະຢາກສ້າງສະຖິຕິໃຫ້ໄດ້ຫຼາຍປະເທດ ຫຼື ບາງຄັ້ງເຮົາຈະມັກປະເທດນັ້ນຫຼາຍປານໃດແຕ່ເຮົາກໍບໍ່ຍອມໄປຊໍ້າ ພຽງເພາະຢາກເປີດແຜນທີ່ໂລກໃຫ້ຫຼາຍຂຶ້ນ ເລີຍເປັນການກົດດັນຕົວເອງວ່າຕ້ອງໄປໃຫ້ຄົບຕາມຈໍານວນທີ່ຕັ້ງໄວ້… ຢາກໃຫ້ລອງຄິດເບິ່ງວ່າ ບໍ່ມີເສັ້ນແບາງເຂດແດນປະເທດໃດໃນໂລກນີ້ ໃຫ້ເບິ່ງພຽງສະຖານທີ່ ວ່າບ່ອນໃດໜ້າສົນໃຈ ຢ່າໄປສົນທີ່ຈະເກັບຈໍານວນປະເທດ ແຕ່ໃຫ້ເກັບຈໍານວນສະຖານທີ່ ທີ່ມັກທີ່ສຸດສໍາລັບເຈົ້າ ແລ້ວຈະພົບວ່າທຣິບຂອງເຮົາຈັດງ່າຍຂຶ້ນຫຼາຍ.
ທີ່ມາ: TravelKanuman
ແບ່ງປັນ