Breaking News

ບໍ່ແມ່ນເລື່ອງງ່າຍ! ກ່ອນ ບາບີ້ ປິຍະມາດ ຈະໄດ້ຄວ້າມົງ Miss International Laos 2018 ຕ້ອງທົນກັບຄຳວິພາກວິຈານ ແລະ ຄຳດ່າຂອງຄົນ!!!

ແບ່ງປັນ

ຫຼັງຈາກທີ່ ປິຍະມາດ ພູນປະເສີດ (ບາບີ້) Miss International Laos 2018  ໄດ້ໂພສຜ່ານເຟສບຸກສ່ວນຕົວໃນວັນທີ 3 ຕຸລາ 2018 ທີ່ຜ່ານມາວ່າດ້ວຍເລື່ອງການລົງປະກວດໃນເວທີນາງງາມ ເພາະຢາກສານຕໍ່ຄວາມຝັນຂອງຕົນໃຫ້ປະສົບຜົນສຳເລັດ ໂດຍທີ່ບໍ່ສົນກັບສຽງວິພາກວິຈານ ກະແສດ້ານລົບ ແລະ ຄຳດ່າຂອງຄົນ.

(ໂພສກ່ອນໜ້າຂອງ ບາບີ້ ປິຍະມາດ)

ມາຮອດມື້ນີ້ ຜົນກໍປະກົດວ່າ ສິ່ງທີ່ນາງໄດ້ຕັດສິນໃຈລົງປະກວດນັ້ນ ເກີດຜົນແລ້ວ ເພາະນາງສາມາດຄວ້າລາງວັນຊະນະເລີດ ໄດ້ເປັນ Miss International Laos 2018 ແລະ ກໍມີຄຳຊື່ນຊົມ ແລະ ສະແດງຄວາມຍິນດີຈາກບັນດາແຟນຄລັບກັນຢ່າງຫຼວງຫຼາຍ.

ແລະ ຍັງບໍ່ໝົດພຽງແຕ່ເທົ່ານັ້ນ ຫຼ້າສຸດ ບາບີ້ ປິຍະມາດ Miss International Laos 2018 ກໍໄດ້ໂພສຄວາມຮູ້ສຶກ ແລະ ຂອບໃຈທຸກໆຢ່າງທີ່ເຮັດໃຫ້ຕົນປະສົບຄວາມສຳເລັດດັ່ງນີ້:

(ໂພສຫຼ້າສຸດຂອງ ບາບີ້ ປິຍະມາດ)

ບາດນີ້!!! ບາບີ້ ປິຍະມາດ ພູນປະເສີດ Miss International Laos 2018 ໄດ້ພິສູດແລ້ວ ວ່າການເຮັດຕາມຄວາມຝັນບໍ່ແມ່ນເລື່ອງຜິດ ເພາະວ່າທຸກໆຄົນລ້ວນມີຄວາມຝັນ ແລະ ກໍຢາກຄວ້າຝັນຂອງຕົນເອງໃຫ້ປະສົບຜົນສຳເລັດ ແຕ່ເຖິງວ່າສິ່ງທີ່ເຮົາເຮັດໄປຜົນຈະອອກມາແນວໃດກໍ່ບໍ່ສຳຄັນ ເພາະຍັງຖືວ່າເຮົາໄດ້ລຸກຂຶ້ນມາ ແລະ ເຮັດສິ່ງນັ້ນແລ້ວ ບໍ່ໄດ້ເປັນພຽງແຕ່ຄວາມຝັນແບບລົມໆ ທີ່ພຽງແຕ່ຄິດແຕ່ບໍ່ເຮັດຫຍັງເລີຍ.

ເອົ້າ!!! ຢ່າງໃດກໍຂໍສະແດງຄວາມຍິນດີກັບສາວຄົນນີ້ຫຼາຍໆ ແລະ ໃນເດືອນ ພະຈິກ 2018 ທີ່ຈະມາເຖິງນີ້ ນາງກໍຈະໄດ້ເປັນສາວງາມຕົວແທນປະເທດລາວໄປປະກວດໃນເວທີ Miss International 2018 ທີ່ປະເທດ ຍີ່ປຸ່ນ ແລ້ວ ຝາກເປັນກຳລັງໃຈໃຫ້ສາວງາມຈາກປະເທດລາວກັນແດ່ເດີ້ແຟນໆ.

Story: ຊະນີIndy

ຮູບພາບ: FB/ B’Bie Piyamarth ,  Miss International Laos ມີສອິນເຕີເນຊັນແນສ ລາວ

ແບ່ງປັນ