Breaking News

ແຈ້ງການ! ຫ້າມນຳເຂົ້າ, ບໍລິການ-ຂາຍ, ຈູດໂຄມໄຟລອຍຟ້າ ແລະ ຈູດໝາກກະໂພກທຸກຊະນິດ… (ເບິ່ງລາຍລະອຽດເພີ່ມຕື່ມ)

ແບ່ງປັນ

ອີງຕາມແຈ້ງການສະບັບເລກທີ395/ປກສ.ນວ, ລົງວັນທີ 15 ຕຸລາ 2018 ເພື່ອແຈ້ງການ ການເພິ່ມທະວີປ້ອງກັນຮັກສາຄວາມສະຫງົບ ແລະ ຄວາມ ເປັນລະບຽບຮຽບຮ້ອຍຂອງສັງຄົມ ໃນໄລຍະງານບຸນອອກພັນສາປະວໍລະນາ, ບຸນຊ່ວງເຮືອປະເພນີ ທ່າວັດຈັນປະຈຳປີ ພ.ສ 2561.

ຂໍ້ຫ້າມຕ່າງໆມີລາຍລະອຽດດັ່ງລຸ່ມນີ້:
1. ເຂົ້າຮ່ວມປະຕິບັດກົດລະບຽບຂອງພະແນກອຸດສະຫະກຳ-ການຄ້າ ນະຄອນຫລວງວຽງຈັນ, ກ່ຽວກັບການຫ້າມນຳເຂົ້າ, ບໍລິການ-ຂາຍ, ຈູດໂຄມໄຟລອຍຟ້າ, ຈູດໝາກກະໂພກທຸກຊະນິດ, ທຸກລະດັບ

2. ຫ້າມນຳໃຊ້ທາດລະເບີດ, ທາດແຕກ, ທາດເບື່ອ, ເຄມີ, ທາດກຳມະລັງສີ ແລະ ວັດຖຸອອກລິດຕໍ່ສຸຂະພາບຈິດ, ເປັນຜົນລົບຕໍ່ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ 

3. ຫ້າມຖືອາວຸດທຸກຊະນິດເຂົ້າໄປໃນງານບຸນ ຍົກເວັ້ນເຈົ້າໜ້າທີ່ປ້ອງກັນຄວາມສະຫງົບທີ່ກຳລັງປະຕິບັດໜ້າທີ່ໃນການປ້ອງກັນງານບຸນດັ່ງກ່າວ

4. ບຸກຄົນໃດຢູ່ໃນສະພາບມຶນເມົາຫ້າມຂັບຂີ່ລົດສັນຈອນຕາມເສັ້ນທາງຫຼວງ, ຫ້າມຂີ່ລົດເປັນພຶງເປັນແພ,ຂີ່ລົດແຂ່ງກັນ, ຂີ່ລົດກວນເມືອງ, ຂັບຂີ່ລົດທີ່ເປັນພຶດຕິກຳລະເມີດກົດລະບຽບການສັນຈອນຕາມເສັ້ນທາງຫຼວງ

5. ຫ້າມກໍ່ອາລະວາດຜິດຖຽງກັນ, ຕີກັນ, ສ້າງຄວາມບໍ່ສະຫງົບ ໃນບຸນເດັດຂາດ

6. ຫ້າມຈອດລົດຊະຊາຍຕາມຖະໜົນຫົນທາງຕ່າງໆເຊັ່ນ: ຖະໜົນສຸພານຸວົງ ນັບແຕ່ໄຟແດງບ້ານອາກາດ ເຖິງໄຟແດງຫຼັກ 1, ຖະໜົນເສດຖາທິລາດ ນັບແຕ່ໄຟແດງຫຼັກ1 ເຖິງໄຟແດງທາດຂາວ, ຖະໜົນສາມແສນໄທ ນັບແຕ່ວັດສີເມືອງເຖິງ ຫຼັກ 2, ຖະໜົນເຈົ້າອານຸວົງ ນັບແຕ່ 3ແຍກປາກປາສັກ ເຖິງໄຟແດງໂທລະໂຄ່ງຖະໜົນຄູວຽງ ເຖິງ ໄຟແດງຕະຫຼາດເຊົ້າ.

ສາມາດເບິ່ງລາຍລະອຽດເພີ່ມຕື່ມຕາມໃບແຈ້ງການລຸ່ມນີ້:

ດັ່ງນັ້ນ!!! ຖ້າຮັບຊາບແລ້ວ ຝາກໃຫ້ພໍ່ແມ່ພີ່ນ້ອງປະຊາຊົນພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ແບ່ງປັນ