Breaking News

ສະແດງຄວາມຍິນດີ! ບໍ່ທຳມະດາ…ຊຸດປະຈຳຊາດລາວຕິດ Top12 (ແຊຣໄປໃຫ້ໂລກຮູ້)

ແບ່ງປັນ

ວ້າວວວ!!! ເປັນຂ່າວດີຂອງຄົນລາວເຮົາທຸກໆຄົນ ຫຼ້າສຸດເພສຫຼັກຂອງການປະກວດ  Miss Grand International ກໍໄດ້ປະກາດລາຍຊື່ຊຸດປະຈຳຊາດທີ່ຜ່ານເຂົ້າຮອບ 12 ປະເທດ ໂດຍເປັນການຄັດເລືອກຈາກຜົນໂຫວດຈາກຜູ້ຄົນທົ່ວໂລກ ແລະ ໜຶ່ງໃນນັ້ນກໍມີ ຊຸດປະຈຳຊາດຂອງປະເທດລາວ ທີ່ມີຊື່ວ່າ “ຊຸດນາງສັງຂານລາວ” ຕິດ Top12 ໃນເທື່ອນີ້ອີກດ້ວຍ (ສະແດງຄວາມຍິນດີ)

ແຕ່ລະຊຸດຈະມີຄວາມງາມ ມີເອກະລັກ ແລະ ອະລັງການງານສ້າງດ້ານຄວາມຄິດສ້າງສັນພຽງໃດ ລອງມາເບິ່ງກັນ ເຊິ່ງປະເທດທີ່ເຂົ້າຮອບມີດັ່ງນີ້: 

1. Miss Grand Cambodia

2. Miss Grand Vietnam

3. Miss Grand Indonesia

4. Miss Grand Mexico

5. Miss Grand Paraguay

6. Miss Grand Costa Rica

7. Miss Grand India


8. Miss Grand Japan

9. Miss Grand Laos


10. Miss Grand Myanmar


11. Miss Grand Peru

12. Miss Grand Thailand

ສຳລັບການປະກວດຮອບສຸດທ້າຍຈະມີການປະກາດຜົນ ຊຸດແຕ່ງກາຍປະຈຳຊາດດີເດັ່ນ (Best National Costume) ໃນຮອບຕັດສິນ (Final Show) ໃນວັນທີ 25 ຕຸລາ 2018 ນີ້ ຢ່າລືມເຂົ້າໄປເຊຍລາວກັນຫຼາຍໆເດີ້ພໍ່ແມ່ພີ່ນ້ອງ.

#ແຊຣໄປໃຫ້ໂລກຮູ້ ??????

ຮູບພາບ: Miss Grand International

ແບ່ງປັນ