Breaking News

ບາບີ້ ປິຍະມາດ Miss International Laos 2018 ຕິດTop5ປະເທດ ຖືກເລືອກສຳພາດພິເສດກັບທາງຍີ່ປຸ່ນ.

ແບ່ງປັນ

ຫຼັງຈາກທີ່ ບາບີ້ ປິຍະມາດ ພູນປະເສີດ Miss International Laos 2018 ໄດ້ເດີນທາງໄປເປັນຕົວແທນສາວງາມປະເທດລາວ ເພື່ອໄປແຂ່ງຂັນສາວງາມໃນເວທີລະດັບໂລກ Miss International 2018 ທີ່ປະເທດຍີ່ປຸ່ນ, ຫຼ້າສຸດກໍມີເລື່ອງລາວດີໆມາອັບເດດໃຫ້ແຟນໆໄດ້ຮູ້ວ່າ ໃນວັນທີ 22 ຕຸລາ 2018 ທີ່ຜ່ານມາ ນາງຕິດ Top 5 ປະເທດທີ່ຖືກເລືອກໃຫ້ການສຳພາດແບບພິເສດກັບທາງ ປະເທດ ຍີ່ປຸ່ນ ເຊິ່ງເປັນເຈົ້າພາບຈັດງານໃນປີນີ້.

ວ້າວວວ! ເຫັນແລ້ວ…ຍິນດີໄປຕາມໆກັນເລີຍແມ່ນບໍ່ແຟນໆ….

ຢ່າງໃດກໍຢ່າລືມເປັນກຳລັງໃຈໃຫ້ ບາບີ້ ປິຍາມາດ Miss​ International​ Laos 2018​ ໃນການປະກວດເວທີລະດັບໂລກ Miss International 2018 ທີ່ ປະເທດ ຍີ່ປຸ່ນ ແລະ ຈະມີຮອບຕັດສິນໃນວັນທີ 9 ພະຈິກ 2018 ນີ້ ເຮົາຄົນລາວກໍຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ #ຮັກລາວເຊຍລາວ ??  #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ??????

Story: ຊະນີIndy

ຮູບພາບ: FB/B’Bie Piyamarth

ແບ່ງປັນ