Breaking News

ໃໝ່ຫຼ້າສຸດ! ລົດນິສສັນ ນາວາລາ ພຣີມ້ຽມ ພຣັສ (NAVARA PREMIUM PLUS) ມາພ້ອມແນວຄວາມຄິດກັບຮູບແບບສຸດພຣີມ້ຽມ!!!

ແບ່ງປັນ

ແນວຄວາມຄິດທີ່ມາພ້ອມກັບຮູບແບບພຣີມ້ຽມ ທີ່ບໍ່ມີຫຍັງໃໝ່ສະເພາະ. ມັນເປັນການດໍາເນີນການທາງການຕະຫລາດທີ່ມີປະສິດທິພາບ ເພື່ອພັກດັນຄວາມສົນໃຈຂອງລຸ້ນລົດຂອງເຂົາເຈົ້າໃນຫ້ອງວາງສະແດງລົດ; ແຕ່ຫາກເອີ້ນວ່າ “ພຣີມ້ຽມ ພລັສ” ແນ່ນອນ ນິສສັນຕ້ອງມີບາງຢ່າງໃນແນວທາງຂອງຕົນ ສໍາລັບການນໍາສະເໜີລົດນິສສັນ ນາວາລາ ພຣີມ້ຽມ ພຣັສໃໝ່ລ່າສຸດ.

ພວກເຮົາລອງມາເບິ່ງ ແລະ ແນ່ໃສ່ສິ່ງທີ່ມີ ແລະ ສິ່ງທີ່ບໍ່ມີ.

ສິ່ງໃໝ່ໆແມ່ນມີຢູ່ວ່າ ນິສສັນແມ່ນໄດ້ໃສ່ຄວາມຄິດຫລາຍຢ່າງທາງດ້ານແນວທາງຄວາມປອດໄພ, ວິທີທີ່ເປັນປະໂຫຍດ, ວິທີທີ່ຫລາກຫລາຍ ທີ່ລົດກະບະຄັນໜຶ່ງ ສາມາດເປັນ ດ້ວຍຄວາມສະດວກສະບາຍຂອງເຕັກໂນໂລຊີແຫ່ງການຂັບເຄື່ອນອັດສະລິຍະຂອງນິສສັນ.  (N.I.M.).

ນິສສັນນາວາລາໃໝ່ ດຽວນີ້ ມາພ້ອມກັບຄຸນສົມບັດຄວາມປອດໄພທີ່ເພີ່ມຂຶ້ນແລະດີຂຶ້ນເຊັ່ນ:ຖົງລົມນິລະໄພSRS 7 ຖົງເພື່ອຮັບປະກັນວ່າທ່ານແລະຄອບຄົວຂອງທ່ານໄດ້ຮັບການປົກປ້ອງ.

ຜູ້ຂັບຂີ່ຍັງໄດ້ຮັບຮູ້ເຖິງສະພາບແວດລ້ອມອ້ອມຂ້າງ ດ້ວຍການຕິດຕັ້ງເຕັກໂນໂລຊີໃໝ່ລ່າສຸດຂອງຈໍເບິ່ງສະພາບແວດລ້ອມອ້ອມຂ້າງອັດສະລິຍະຂອງນິສສັນ (‘ລະບົບi-AVM’).

ລະບົບເບິ່ງສະພາບແວດລ້ອມອ້ອມຂ້າງອັດສະລິຍະຂອງນິສສັນແມ່ນນໍາໃຊ້ກ້ອງສີ່ໂຕເພື່ອເຮັດໃຫ້ຜູ້ຂັບຂີ່ສາມາດເບິ່ງເຫັນພາບລົດໄດ້360 ອົງສາຊ່ວຍໃຫ້ເຂົາເຈົ້າສາມາດເຂົ້າຈອດແລະລ້ຽວລົດໄປໃນຈຸດແຄບຫລືເທິ່ງທາງວິບາກໄດ້ເປັນຢ່າງດີ. ກ້ອງສີ່ໂຕແມ່ນຖືກຕິດຕັ້ງຢູ່ດ້ານໜ້າ, ຫລັງແລະຂ້າງຂອງຕົວລົດແລະພວກມັນຈະສົ່ງສັນຍານພາບເຂົ້າໄປໃນໜ່ວຍປະເມີນພາບເພື່ອປ່ຽນມາເປັນຮູບພາບມູມ360 ອົງສາເຊິ່ງເທົ່າກັບວ່າພວກທ່ານກໍາລັງເບິ່ງລົງຈາກດ້ານເທິ່ງຂອງຕົວລົດນິສສັນຂອງທ່ານ.

ພ້ອມກັບ ບາງຢ່າງທີ່ຄັກ ແລະ ສະດວກສະບາຍຫລາຍ ທີ່ນິສສັນຍັງຄົງຮັກສາໄວ້ ເປັນຕົ້ນກຸນແຈອັດສະລິຍະ (i-Key) ດ້ວຍປຸ່ມກົດ-ສະຕາດລົດທີ່ຈະເຮັດໃຫ້ຜູ້ຂັບຂີ່ສາມາດໃຊ້ງານໄວໂດຍບໍ່ມີຄວາມຫຍຸ້ງຍາກເພື່ອປົດຣ໋ອກລົດ, ພຽງແຕ່ຕິດຈັກແລະຂັບຂີ່ໄປເທົ່ານັ້ນ.

ພາຍໃນຍັງເປັນທີ່ນັ່ງບໍ່ມີແຮງໂນ້ມທ່ວງໄຟຟ້າ 8+2 ທິດທາງທີ່ປານີດ.,ລະບົບປັບອາກາດອັດຕະໂນມັດທີ່ສົມບູນແບບດ້ວຍລະບົບຄວບຄຸມອາກາດແບບແຍກສ່ວນແລະ ຊ່ອງອາກາດດ້ານຫລັງທີ່ຈະກະຈາຍແອເຢັນພາຍໃນຫ້ອງໂດຍສານຂະໜາດໃຫຍ່.

ແຕ່ສິ່ງທີ່ດີແມ່ນມີຢູ່ວ່າ ຜູ້ຂັບຂີ່ຈະໄດ້ໜ້າຈໍຊ່ວຍການຂັບຂີ່ທີ່ລໍ້າໜ້າຂອງນິສສັນໃໝ່ລ່າສຸດ (ດີທີ່ສຸດໃນລຸ້ນດຽວກັນໜ້າຈໍແບບ ADAD) ຈໍສີສະແດງຜົນຂະໜາດ5 ນີ້ວ3D TFT ທີ່ສາມາດເລືອກໄດ້ເຖິງ8 ໜ້າຈໍໃຫ້ຂໍ້ມູນດ້ວຍການກົດປຸ່ມເທິ່ງພວງມະໄລລົດ.ໜ້າຈໍມາດຕາວັດຄວາມໄວແບບດີຈີຕອນ ແມ່ນໜ້າຈໍທີ່ຄັກ ເນື່ອງຈາກມັນຈະສະແດງເຖິງຄວາມໄວຂອງລົດທີ່ຊັດເຈນຫລາຍຂຶ້ນ. ຄວາມຈິງແລ້ວເຕັກໂນໂລຊີນີ້ແມ່ນເປັນອຸປະກອນເພີ່ມປະສິດທິພາບໃໝ່ ສໍາລັບລົດກະບະໃດໜຶ່ງ.

ເຖິງແມ່ນວ່າ ນິສສັນພຣີມ້ຽມພລັສ ແມ່ນບໍ່ມີການຍົກລະດັບດ້ານກົນຈັກ ແຕ່ມັນມາພ້ອມກັບເຄື່ອງຈັກຂະໜາດ2.5ລິດກາຊວນ4ສູບແຖວລຽງ DOHC 16-ວາວວີຈີເອັສເທີໂບອິນເຕີຄູເລີ້.

ນອກຈາກນີ້, ຍັງມີລະບົບເກຍເຈັດສະປີດ ລຸ້ນຂັບເຄື່ອນ 4 ລໍ້ ດ້ວຍໂໝດເກຍທໍາມະດາ ແລະ ລະບົບເກຍ Shift-on-the-Fry ເນື່ອງຈາກຜູ້ຂັບຂີ່ ກໍ່ຄືທ່ານເອງ ແມ່ນສາມາດປ່ຽນລະບົບຂັບເຄື່ອນແບບສອງລໍ້ ມາເປັນສີ່ລໍ້ໄດ້ຢ່າງງ່າຍດາຍ ແລະ ເຮັດໃຫ້ມັນງ່າຍໃນການເອົາຊະນະກັບພູມີປະເທດທີ່ຍາກລໍາບາກຕ່າງໆ.

ຍິ່ງໄປກວ່ານັ້ນ, ສິ່ງທີ່ດີຂອງນາວາລາແມ່ນມີພື້ນລໍ້ຫາຕົວລົດທີ່ສູງ, ເຮັດໃຫ້ລົດສາມາດຫລີກລ້ຽງສິ່ງກີດຂວາງ ແລະ ເສດຊາກຕ່າງໆເທິ່ງທ້ອງຖະໜົນ. ພ້ອມທັງຍັງເຮັດໃຫ້ການຂັບຜ່ານບັນຫານໍ້າຖ້ວມກະທັນຫັນພາຍໃນຕົວເມືອງໄດ້ຢ່າງງ່າຍດາຍ.

ຈຸດເດັ່ນສະເພາະອີກຢ່າງໜຶ່ງແມ່ນລະບົບຣ໋ອກເຝືອງທ້າຍ (RDL) ທີ່ຈະເຮັດໃຫ້ຜູ້ຂັບຂີ່ມີຄວາມໝັ້ນໃຈເທິ່ງທາງວິບາກແລະຄວາມປອດໄພຂອງລໍ້ທີ່ບໍ່ໝູນເທິ່ງພື້ນຜີວທີ່ຕ່າງກັນດ້ວຍການຣ໋ອກລໍ້ໝູນດ້ານຫລັງດ້ວຍຕົວເອງເພື່ອເຮັດວຽກຮ່ວມກັນເປັນລະບົບດຽວ.

ຄຸນສົມບັດຄວາມປອດໄພມາດຕະຖານ ລວມມີລະບົບເບຣກກັນລໍ້ຣ໋ອກ (ABS), ລະບົບກະຈາຍແຮງ-ເບຣກໄຟຟ້າ (EBD), ລະບົບຊ່ວຍເບຣກ (BA) ແລະ ລະບົບຄວບຄຸມຄວາມແຮງ (TCS). ລະບົບຄວບຄຸມການຊົງຕົວອັດຕະໂນມັດ (VDC) ຈະຊ່ວຍເພີ່ມປະສິດທິພາບ ແລະ ຄວາມປອດໄພການຂັບຂີ່ໃນລຸ້ນ 4×4 ທີ່ມາພ້ອມກັບລະບົບປ້ອງກັນການລື່ນໄຫລ ຂະນະທາງມື່ນ (ABLS), ລະບົບຊ່ວຍຂຶ້ນທາງລາດຊັນ (HAS) ແລະ ລະບົບຊ່ວຍລົງທາງລາດຊັນ(HDC).

ທີ່ສຸດຂອງທີ່ສຸດ, ບໍ່ຕ້ອງແປກໃຈເລີຍວ່າ ນິສສັນ ນາວາລາ ພຣີມ້ຽມພລັສ ແມ່ນຕົວເລືອກທີ່ດີ, ຮີບຟ້າວມາທົດລອງຂັບ ແລະ ຈັບຈອງລົດກັບຫ້ອງວາງສະແດງລົດນິສສັນທີ່ຢູ່ໃກ້ທີ່ສຸດຂອງທ່ານ.

ລົດນິສສັນນາວາລາພຣີມ້ຽມໃໝ່ລ່າສຸດແມ່ນມີລາຄາເກີນຕ້ານທານຢູ່ທີ່48.500 ໂດລາເຊິ່ງຖືເປັນລາຄາທີ່ເໝາະສົມ. ເຂົ້າມາຢ້ຽມຊົມຫ້ອງວາງສະແດງລົດນິສສັນ ເພື່ອທົດລອງຂັບ ແລະ ຈັບຈອງ. ນອກນີ້ ຍັງມີຂໍ້ສະເໜີສິດທິພິເສດ ສໍາລັບນິສສັນ ນາວາລາ ເກຍກະປຸກ ຂັບເຄື່ອນ 2​ ລໍ້ ແລະ 4 ລໍ້.

ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບລົດນິສສັນລຸ້ນຕ່າງໆໃນປະເທດລາວ, ກະລຸນາເຂົ້າເບິ່ງເວັບໄຊຂອງນິສສັນລາວ www.nissan-lao.la ຫລື ຕິດຕາມໜ້າເຟສບຸກຂອງນິສສັນລາວໄດ້ທີ່  fb.com/Nissan Laos

ແບ່ງປັນ