Breaking News

5 ເຄັດລັບ! ວິທີທ່ອງທ່ຽວ ປະເທດ ຍີ່ປຸ່ນ ໃນງົບທີ່ກໍານົດເອງໄດ້!

ແບ່ງປັນ

ເວົ້າເຖິງ ປະເທດຍີ່ປຸ່ນ ແນ່ນອນວ່າສາວໆຫຼາຍຄົນຄົງຈະພໍຈິນຕະນາການອອກວ່າງົດງາມ ແລະ ໜ້າທ່ຽວຊົມຂະໜາດໃດ! ເພາະເປັນປະເທດທີ່ຫຼາຍໆຄົນໄຟ່ຝັນຢາກໄປທີ່ສຸດ ແຕ່ກໍມີຄົນຈໍານວນຫຼາຍທີ່ກັງວົນເລື່ອງຄ່າໃຊ້ຈ່າຍທີ່ຄ້ອນຂ້າງຈະສູງນັ້ນເອງ. ມື້ນີ້ ຂວັນໃຈເລີຍຢາກຈະມາແນະນໍາເຄັດລັບ! ໃນການທ່ອງທ່ຽວຍີ່ປຸ່ນດ້ວຍງົບທີ່ເຮົາກໍານົດເອງຄື ບໍ່ໃຫ້ກາຍ 3 ລ້ານກີບ… ຢາກຮູ້ວ່າເຮັດໄດ້ແນວໃດ? ນໍາມາເບິ່ງນໍາກັນ!!!

1. ວາງແຜນລ່ວງໜ້າແບບຂ້າມປີ ບາງເທື່ອຖ້າຕ້ອງການລາຄາຖືກແທ້ໆ ປັດໃຈຫຼັກຄືປີ້ຍົນນັ້ນເອງ ເຮົາຈະເຮັດແນວໃດໃຫ້ໄດ້ປີ້ລາຄາຖືກ? ແນ່ນອນວ່າຫຼາຍໆບໍລິສັດຂາຍປີ້ຍົນຈະມີໂປຣໂມຊັ່ນແຕ່ລະໄລຍະ ແລະ ຍິ່ງໄປກວ່ານັ້ນຖ້າຈອງລ່ວງໜ້າຍິ່ງດົນກໍຈະຍິ່ງໄດ້ລາຄາທີ່ຖືກລົງ. ອັນນີ້ຂໍແນະນໍາວ່າໃຫ້ຕິດຕາມ ຕິດດາວເພຈຂາຍປີ້ຍົນໄວ້ເລີຍ ເພື່ອຕິດຕາມໂປຣໂມຊັ່ນ ຖ້າເຫັນວ່າເໝາະສົມກໍຊື້ໄວ້ລ່ວງໜ້າເລີຍ ເພາະແນວໃດເຮົາກໍຈະໄປຢູ່ແລ້ວ.

2. ກິນອາຫານແບບນັກສຶກສາ ຍີ່ປຸ່ນຖືວ່າເປັນປະເທດທີ່ມີອາຫານຫຼາກຫຼາຍ ແລະ ມີແຫຼ່ງລາຄາຖືກຫຼາຍບ່ອນ ເຮົາສາມາດເຂົ້າໄປກິນອາຫານແບບ ໂຍຊິໂນຍະ, ສຸກິຍະ ຫຼື ເທນຍະ ທີ່ອີ່ມດ້ວຍລາຄາບໍ່ເກີນ 30.000 ກີບໄດ້. ຫຼືຮ້ານຕາມມະຫາວິທະຍາໄລ ຫຼືເຂດວິທະຍາໄລລາຄາກໍບໍ່ເກີນ 50.000 ກີບ. ສ່ວນອີກວິທີໜຶ່ງຄື ຊື້ອາຫານຕາມຊຸບເປີ່ມາເກັດໃນຕອນກາງຄືນ ເພາະຈະໄດ້ລາຄາທີ່ຫຼຸດແບບບໍ່ໜ້າເຊື່ອ ແຕ່ຄຸນນະພາບຍັງຄືເກົ່າ.

3. ນອນຫ້ອງພັກແບບລວມ ການທີ່ຈະປະຢັດໄດ້ຫຼາຍ ບ່ອນພັກແບບນອນລວມກໍເປັນສ່ວນສໍາຄັນ ຂໍ້ດີຂອງການພັກແບບນີ້ຄື ຜູ້ບໍລິການມັກມີຄວາມຮູ້ເລື່ອງການປະຢັດດີຫຼາຍ ສາມາດສອບຖາມເລື່ອງຕ່າງໆໄດ້ຢ່າງບໍ່ອາຍ; ບ່ອນພັກແບບນອນລວມສາມາດຊອກໄດ້ຕັ້ງແຕ່ລາຄາບໍ່ເກີນ 200.000 ກີບ ໂດຍທີ່ທາມເລທີ່ຕັ້ງ ກໍໂອເຄອີກ.

4. ວາງແຜນເດີນທາງໃຫ້ດີ ການເງິນໃນໂຕກຽວ ຫຼືເມືອງໃຫຍ່ນັ້ນ ຖ້າເຮົາວາງແຜນດີໆ ລາຄາຄ່າເດີນທາງບໍ່ແພງເລີຍ… ສະນັ້ນ ເຮົາຕ້ອງເຊັກລາຍລະອຽດກ່ຽວກັບເມືອງທີ່ເຮົາຈະໄປວ່າ ລາຄາແຕ່ສະໜາມບິນໄປຫາບ່ອນພັກ ຫຼືສະຖານທີ່ທ່ອງທ່ຽວທີ່ຕ້ອງການໄປຕ້ອງເສຍເທົ່າໃດ? ຖ້າຂີ່ລົດໄຟ, ເຕັກຊີ່ ຫຼືລົດເມ ລາຄາຕ່າງກັນຫຼາຍປານໃດ? ອັນນີ້ຍິ່ງຮອບຄອບຍິ່ງສາມາດປະຢັດລາຍຈ່າຍໄດ້ຫຼາຍຂຶ້ນ.

5. ຢ່າປະຢັດຈົນໝົດມ່ວນ ແຕ່ແນວໃດກໍຕາມ ຢ່າໄປຄິດຫຼາຍກັບເລື່ອງລາຍຈ່າຍຫຼາຍເກີນໄປ ເພາະຈະເຮັດໃຫ້ເຮົາໝົດຄວາມມ່ວນກໍໄດ້. ເພາະຈະມີປະໂຫຍດຫຍັງຖ້າປະຢັດເງິນໃຫ້ຈ່າຍໜ້ອຍທີ່ສຸດແຕ່ເຈົ້າບໍ່ມ່ວນ! ແນ່ນອນວ່າໄປຍີ່ປຸ່ນທັ້ງທີ ມັນຈະມີສິ່ງທີ່ລໍ່ຕາລໍ່ໃຈຫຼາຍຢ່າງ ທັງອາຫານ, ເຄື່ອງຫຼິ້ນ, ສະຖານທີ່ຕ່າງໆ ຖ້າຄິດປະຢັດຈົນເກີນໄປເຮົາຈະບໍ່ໄດ້ທົດລອງຫຍັງເລີຍ! ທັງໝົດນີ້ກໍແລ້ວແຕ່ Style ຂອງນັກເດີນທາງພ້ອມ ຖ້າໃຜຢາກລອງໄປແບບປະຢັດຫຼາຍໆ ເພາະເຫັນວ່າທ້າທາຍກໍລອງເລີຍ ຈະໄດ້ລົດຊາດໄປອີກແບບ ຫຼື ຖ້າໃຜເຫັນວ່າເພີ່ມເງິນເພີ່ມຄວາມສະບາຍໃຈຈະດີກວ່າກໍເຮັດໄປຕາມໃຈຢາກເລີຍເດີ່ສາວໆ…

ຂອບໃຈທີ່ມາ: TRAVELKANUMAN

ແບ່ງປັນ