Breaking News

ລາວສົ່ງອີກໜຶ່ງເວທີໂລກ! ມີ່ມີ່ ວິລະພອນ ໄດ້ເປັນ Miss Planet Laos 2018 ຈະເປັນຕົວແທນແມ່ຍິງລາວໄປປະກວດໄວໆນີ້!!!

ແບ່ງປັນ

ສະແດງຄວມຍິນດີ! ມີ່ມີ່ ວິລະພອນ ຂັນແກ້ວ ອະດີດຮອງອັນດັບ 2 ນາງສາວລາວ ຖືກແຕ່ງຕັ້ງໃຫ້ເປັນ  Miss Planet Laos 2018 ເຊິ່ງຈະໄດ້ເປັນຕົວແທນສາວງາມຈາກປະເທດລາວໄປປະກວດໃນເວທີ Miss Planet International ປະເທດ ກຳປູເຈຍ.

ເຊິ່ງນັບວ່າເປັນອີກໜຶ່ງສາວງາມຈາກປະເທດລາວທີ່ຈະໄດ້ໄປປະກວດໃນເວທີໂລກ, ສຳລັບຮອບຕັດສິນໃນການປະກວດ Miss Planet International  ຈະມີຂຶ້ນໃນຕົ້ນປີໜ້າ ວັນທີ 23 ກຸມພາ 2019.

ເປັນແນວໃດ ສາວ ມີ່ມີ່ ວິລະພອນ ງົດງາມ ເໝາະສົມ Miss Planet Laos 2018 ກັນແດ່ບໍ່?, ຢ່າງໃດແຟນໆນາງງາມທັງຫຼາຍກໍຢ່າລືມ ກຽມລຸ້ນ ກຽມເຊຍ ແລະ ເປັນກຳລັງໃຈໃຫ້ຕົວແທນສາວງາມຈາກປະເທດລາວກັນແດ່ເດີ້.

ຮູບພາບ: fb/Mimie Vilaphone

ແບ່ງປັນ