Breaking News

ກັບມາອີກແລ້ວ! ກັບເທສະການດົນຕີທີ່ໃຫ່ຍທີ່ສຸດໃນປະເທດລາວ Vangvieng Fest 2018 (ມ່ວນກວ່າ ໃຫ່ຍກວ່າ)

ແບ່ງປັນ

ມາອັບເດດງານເທສະການດົນຕີສຸດຍິ່ງໃຫ່ຍ Vangvieng Fest  2018 ທີ່ໃນປີນີ້ຄອນເຟີມມາແລ້ວວ່າ “ມ່ວນກວ່າ ໃຫຍ່ກວ່າ” ແນ່ນອນ, ຈະຈັດຂຶ້ນໃນວັນທີ 14-15 ທັນວາ 2018 ສະຖານທີ່ ຖໍ້າລົມ ມ.ວັງວຽງ ແຂວງ ວຽງຈັນ.

 

ແນ່ນອນວ່າ ເທສະການດົນຕີສຸດຍິ່ງໃຫ່ຍ Vangvieng Fest  2018  ເປັນທີ່ກ່າວຂານເລື່ອງຄວາມຍິ່ງໃຫ່ຍມາຫຼາຍປີ ແລະ ໃນ 2~3ຄັ້ງ ທີ່ຜ່ານມາ ໄດ້ມີປະກົດການໂຮງແຮມ ແລະ ທີ່ພັກໃນເຂດ ມ.ວັງວຽງ ເຕັມເກີນ 100% ເພາະໄດ້ມີນັກທ່ອງທ່ຽວຈາກນະຄອນຫລວງວຽງຈັນ , ຕ່າງແຂວງ ຫຼັ່ງໄຫຼເຂົ້າຮ່ວມງານດັ່ງກ່າວກັນຢ່າງຫຼວງຫຼາຍ ເອີ້ນໄດ້ວ່າຍັງບໍ່ເຄີຍມີແບບນີ້ມາກ່ອນໃນປະເທດລາວ.

(ທ່ານ ອະນຸລັກ ປະຖຳມະວົງ (ອ້າຍ ເປັດ), ຜູ້ອຳນວຍການບໍລິສັດ ອິນດີ້ ເຣັກຂອດ, ບໍລິສັດ ສາມາດ ອໍແກໄນ້ເຊີ້ ແລະ ເປັນຜູ້ອຳນວຍການຈັດງານເທສະການດົນຕີ Vangvieng Fest)

ກຽມຕົວກຽມໃຈໃຫ້ພ້ອມແລ້ວໄປມັນນຳກັນ!!! ໝູ່ເພື່ອນທຸກໆຄົນກຽມຕື່ນຕາ ຕື່ນໃຈ ແລະ ເຊີຣ໌ໄພຼສ໌ ຫົວໃຈຈະບໍ່ຢູ່ກັບເນື້ອກັບໂຕ ກັບປະກົດການທີ່ຍິ່ງໃຫຍ່ໃນງານ VANGVIENG FEST 2018, ກຽມພ້ອມໃຫ້ດີ! ເພາະປີນີ້! ຈະນໍາເຫຼົ່າກອງທັບສິນລະປິນ, ດີເຈທັງພາຍໃນ ແລະ ຕ່າງປະເທດພ້ອມຂະບວນ ກິດຈະກໍາພາຍໃນງານທີ່ຍິ່ງໃຫຍ່ ອະລັງການ ແບບບໍ່ເຄີຍມີມາກ່ອນ.

(ຫ້າມພາດ!!! ດຽວຈະລົມກັບໝູ່ບໍ່ຮູ່ເລື້ອງ ເຕືອນແລ້ວເດີ້!!!)

ສາມາດຕິດຕາມຄວາມເຄື່ອນໄຫວເພີ່ມເຕີມໄດ້ທີ່ FB/VangVieng Music Fest ວັງວຽງ

ແບ່ງປັນ