Breaking News

ດັງຂ້າມຊາດ! ໜຸ່ມເຜົ່າມົ້ງ “ສາຍາ ບູດສ໌ລີລາວ” ໂຊກັງຟູຄວ້າແຊ້ມທີ່ ສປ ຈີນ!!!

ແບ່ງປັນ

ຕາງໜ້າ ສປປລາວ ແລະ ເຜົ່າມົ້ງ ທ່ານ ອາຈານ ເຕີ້ (ຊື່ເຜົ່າມົ້ງ ແມ່ນ TawbKoj TsisTxawj Dhuav)  ສາມາດຄວ້າແຊ້ມ ການແຂ່ງຂັນກິລາ ZhengZhou international Shaolin wushu festival (ລາຍການແຂ່ງຂັນກັງຟູ ເຊົ້າຫຼິນ ບໍ່ວ່າຈະເປັນ ມວຍວູຊູ ແລະ ໄທຈິ ທີ່ເປັນມວຍລະດັບຕົ້ນໆຂອງ ສປ ຈີນ) ໃນປະເພດດ່ຽວ ໃນລາຍການທີ 1 ເຮັດໃຫ້ຄວ້າຫຼຽນຄຳໄປຄອງ ເມື່ອວັນທີ 21 ຕຸລາ ທີ່ຜ່ານມາ ທີ່ ສປ ຈີນ. (ຂໍສະແດງຄວາມຍິນດີນຳຫຼາຍໆ)

ສໍາລັບ ລາຍການດັ່ງກ່າວ ມີ 65 ປະເທດເຂົ້າຮ່ວມຈັດຂຶ້ນໃນລະຫວ່າງວັນທີ 20-24 ຕຸລາ 2018 ທີ່ວັດເຊົ້າຫຼິນ ໃນ ສປ ຈີນ, ອາຈານ ເຕີ້ (ສາຍາ ບູດສ໌ລີລາວ ຫຼື Bruce Lee Hmong) ໄດ້ຂຶ້ນສະແດງໃນພິທີເປີດ ແລະ ລົງແຂ່ງຂັນໄດ້ຢ່າງໜ້າປະທັບໃຈ ກ່ອນຈະຄວ້າຫຼຽນຄໍາໄປຄອງ ໃນລາຍການທີ 1.


ຢ່າງໃດກໍ່ຕາມ ໜຸ່ມ ເຕີ້ ສາຍາ ບູດສ໌ລີລາວ ຄົນນີ້ຈະລົງແຂ່ງຂັນລາຍການທີ 2 ໃນອີກມື້ທີ່ເຫຼືອ ເປັນແນວໃດພວກເຮົາຈະລາຍງານໃຫ້ຊາບພາຍຫຼັງ.

ທີ່ມາ: Lao Youth Radio FM 90.0 Mhz

ແບ່ງປັນ