Breaking News

ວິນາທີຕື່ນເຕັ້ນ ເປັນລົມລົ້ມຄາເວທີ Miss Grand International 2018!!!

ແບ່ງປັນ

ຜ່ານໄປແບບສົດໆຮ້ອນໆໃນຄໍ່າຄືນທີ່ຜ່ານມາ ສຳລັບການປະກວດນາງງາມເວທີລະດັບໂລກ Miss Grand International 2018 ທີ່ຫຼ້າສຸດໄດ້ຮູ້ກັນແລ້ວວ່າສາວງາມທີ່ຄວ້າມົງກຸດອັນຊົງກຽດໃນປີນີ້ໄປກໍຄື Miss Paraguay ແລະ ເຮັດເອົາຊ໋ອກໂລກແບບໃຈຫາຍໃຈຄວໍ້າໄປກວ່ານັ້ນກໍຄືໄດ້ເກີດເຫດການທີ່ບໍ່ຄາດຝັນ ເພາະວິນາທີແຫ່ງຄວາມຕື່ນເຕັ້ນ ເມື່ອພິທີກອນໄດ້ປະກາດວ່າ Clara Sosa ສາວງາມຈາກປະເທດ Paraguay  ໄດ້ເປັນ Miss Grand International 2018 ກໍເຮັດໃຫ້ນາງເກີດຄວາມດີໃຈ ແລະ ມີອາການໜ້າມືດ ຊົງຕົວບໍ່ຢູ່ຈົນເປັນລົມລົ້ມລົງໄປໃນທີ່ສຸດ.

(ມີຄລິບ)

ວິນາທີ Miss Grand Paraguay ເປັນລົມ ເມື່ອໄດ້ຍິນປະກາດຊື່ເປັນ #MissGrandInternational2018 #ມົງແບບໃດໃຫ້ໂລກຈື່

Posted by ນາງງາມລາວ on Thursday, October 25, 2018

 

ແຕ່ຈາກການປະຖົມພະຍາບານໃນເບື້ອງຕົ້ນກໍເຮັດໃຫ້ Miss Grand International 2018 ດີຂຶ້ນ ແລະ ລຸກຂຶ້ນມາຮັບມົງກຸດ ແລະ ຍ່າງເສີດສາຍເທິງເວທີ ທ່າມກາງສາຍສາຊາວໂລກໄດ້ຢ່າງງົດງາມ (ຂໍສະແດງຄວາມຍິນດີນຳຫຼາຍໆ)

(ຂໍຂອບໃຈຄລິບ)

ແບ່ງປັນ