Breaking News

ມາແລ້ວ! Huawei Mate 20 ແລະ Huawei Mate 20 pro… ເໝາະກັບການໃຊ້ງານທຸກສະຖານະການ!!!

ແບ່ງປັນ
ສໍາລັບສາວໆຄົນໃດທີ່ກໍາລັງເບິ່ງຫາ Smart Phone ດີໆ, ແບັດທົນໆ, ຊາດເຂົ້າໄວ, ຫຼິ້ນບໍ່ມີສະດຸດ, ແຖມໜ້າຈໍໃຫຍ່ໆເໝາະກັບການໃຊ້ງານທຸກສະຖານະການ ແອັດຂໍແນະນໍາເລີຍ Huawei Mate 20 ແລະ Huawei Mate 20 pro; ຈາກບໍລິສັດຫົວເຫວີຍ ເຊິ່ງໄດ້ເປີດຕົວຢູ່ລາວຢ່າງເປັນທາງການແລ້ວໃນວັນທີ 23 ຕຸລາ ທີ່ຜ່ານມາ ທີ່ຫ້ອງການຫົວເຫວີຍ ປະຈໍາປະເທດລາວ.
ເຊິ່ງແອັດກໍໄດ້ໄປສໍາພັດມາເອງກັບມື ກໍໄດ້ຮູ້ເຖິງຄວາມສຸດຍອດຂອງທັງສອງລຸ້ນນີ້ ຈົນເກີດມີຄວາມຢາກໄດ້ຂຶ້ນມາແບບຫ້າມບໍ່ຢູ່ເລີຍ… ພາຍໃນງານມື້ນັ້ນ… ທ່ານ ວັນກົງ ສີສະຫວັດ ຜູ້ຈັດການຝ່າຍຂາຍ ທຸລະກິດຜະລິດຕະພັນ ເພື່ອຜູ້ບໍລິໂພກ ຫົວເຫວີຍປະຈໍາລາວ ໄດ້ແນະນໍາໃຫ້ຮູ້ເຖິງຄຸນສົມບັດໃນການໃຊ້ງານ ແລະ ຄວາມແຕກຕ່າງຈາກ Smart Phone ອື່ນທີ່ວາງຂາຍຕາມທ້ອງຕະຫຼາດ;
ມັນຍິ່ງເຮັດໃຫ້ຢາກໄດ້ມາເປັນເຈົ້າຂອງຍິ່ງຂຶ້ນ ບໍ່ວ່າຈະເປັນລະບົບການຖ່າຍຮູບທີ່ເໜືອກວ່າ, ສາມາດຈັດພາບໄດ້ເຖິງ 25 ໂໝດ, ແບັດເຕີຣີ່ທີ່ກິນໄຟໜ້ອຍກວ່າພຽງ 7 ນາໂມແມັດ (ລຸ້ນທົ່ວໄປແມ່ນ 10 ນາໂນແມັດ ກໍຖືວ່າຕໍ່າແຮງແລ້ວ) ແຖມແບັດເຕີຣີ່ຍັງສູງເຖິງ 4.000 ແລະ 4.200 mAh ພ້ອມເພີ່ມມາດ້ວຍເທັກໂນໂລຍີ Super Charge ກໍາລັງໄຟ 40 ວັດ ເຮັດໃຫ້ເຂົາໄວກວ່າລຸ້ນອື່ນໆ 440%, ລະບົບສະແກນລາຍນິ້ວມືທີ່ໄວຂຶ້ນເຖິງ 30% ແລະ ຍັງມີລະບົບສະແກນໃບໜ້າທີ່ສາມາດສະແກນໄດ້ທັງກາງເວັນແດດແຈ້ງ ແລະ ກາງຄືນທີ່ໄຮ້ແສງ, ຄວາມຈໍານີ້ບໍ່ບອກກໍໜ້າຈະຮູ້ວ່າຕ້ອງສູງຢູ່ແລ້ວ.
ຖ້າຈະເວົ້າໄປຄຸນສົມບັດກໍຍັງມີຫຼາຍໆຢ່າງທີ່ບໍ່ສາມາດເວົ້າໄດ້ທັງໝົດ ເວົ້າຫຼາຍໄປກະຢ້ານບໍ່ເຊື່ອ ມີແຕ່ວ່າຢາກໃຫ້ໄປສໍາພັດດ້ວຍຕົວເອງເລີຍດີກວ່າເນາະ ສໍາພັດແລ້ວຖ້າສົນໃຈ ລາຄາກໍບໍ່ແພງຖ້າທຽບກັບຄວາມສາມາດຕ່າງໆຂອງມັນແລ້ວ ລາຄາ Huawei Mate 20 ຢູ່ທີ່ 5.690.000 ກີບ ແລະ Huawei Mate 20 pro ຢູ່ທີ່ 7.690.000 ກີບ;
ສາມາດຈອງໄດ້ຕັ້ງແຕ່ວັນທີ 20 ຕຸລາ ຈົນເຖິງ 8 ພະຈິກ 2018 (ຮັບເຄື່ອງວັນທີ 21 ພະຈິກ) ສໍາລັບລູກຄ້າທີ່ສັ່ງຈອງຈະໄດ້ຮັບຂອງຂວັນລວມມູນຄ່າຫຼາຍກວ່າ 2.000.000 ກີບ. ວ້າວ… ເອີ້ນໄດ້ວ່າຄຸ້ມສຸດຄຸ້ມໄປເລີຍ…
ແບ່ງປັນ