Breaking News

ແຕ່ງດອງກັນໄປແລ້ວ ເຮັດແນວໃດຈຶ່ງຈະໃຊ້ຊີວິດຄູ່ຢ່າງມີຄວາມສຸກ? (ໃບທະບຽນສົມຣົດສຳຄັນບໍ່?)

ແບ່ງປັນ

ໃບທະບຽນສົມຣົດ ແມ່ນສິ່ງທີ່ຈະຮັບຮອງວ່າຊີວິດຄູ່ຈະຢູ່ກັນໄປແບບຕະຫຼອດຮອດຝັ່ງຫຼືບໍ່?

ຕາມປະເພນີເມື່ອອອກພັນສາແລ້ວ ແນ່ນອນກໍຮອດຍາມທີ່ຄູ່ຮັກຫຼາຍໆຄູ່ຈະຕົກລົງປົງໃຈຢາກໃຊ້ຊີວິດຮ່ວມກັນ  ຈັດພິທີງານແຕ່ງດອງ ເຂົ້າພາຂວັນ-ປ້ອນໄຂ່ ຕາມແບບສະບັບປະເພນີລາວ ແຕ່ຮູ້ຫຼືບໍ່ວ່າການແຕ່ງດອງນັ້ນ ບໍ່ແມ່ນພຽງເຊັນຊື່ໃນເຈ້ຍໃບດຽວເພື່ອຍັ້ງຍືນການເປັນຜົວເມຍທີ່ຖືກຕ້ອງຕາມກົດໝາຍເທົ່ານັ້ນ ໃບທະບຽນສົມຣົດ ບໍ່ແມ່ນສິ່ງທີ່ຈະຮັບຮອງວ່າ ຊີວິດຄູ່ຂອງເຈົ້າຈະຢູ່ກັນໄປແບບຕະຫຼອດຮອດຝັ່ງສະເໝີໄປ,

ແຕ່ການແຕ່ງດອງນັ້ນຖືເປັນເລື່ອງໃຫ່ຍ ເປັນວຽກທີ່ຕ້ອງຊ່ວຍກັນຄິດ ຊ່ວຍກັນແກ້ ຕ້ອງໄດ້ຕົກລົງກັນດ້ວຍຄວາມປະນິປະນອມ ແລະ ໝາຍເຖິງການໃຊ້ຊີວິດຊໍ້າໆ ໃນແຕ່ລະມື້ກັບມະນຸດຄົນເກົ່າ ເຊິ່ງເຂົາອາດຈະບໍ່ຈໍາເປັນຕ້ອງເຮັດໃຫ້ຖືກໃຈເຈົ້າໝົດທຸກຢ່າງ ບໍ່ຈໍາເປັນຕ້ອງຮູ້ສຶກ ຫຼືມີຄວາມຄິດເຫັນຄືເຈົ້າທຸກເລື່ອງ ເພາະຕ່າງຝ່າຍຕ່າງຖືກລ້ຽງດູມາໃນຄອບຄົວທີ່ແຕກຕ່າງກັນໄປ ສະນັ້ນຈຶ່ງຕ້ອງຍອມຮັບຂໍ້ເສຍຂອງກັນແລະກັນໃຫ້ໄດ້ ແລະ ຊີວິດຄູ່ບໍ່ຕ້ອງ ໂຣແມນຕິກ ຕະຫຼອດເວລາກໍສາມາດມີຄວາມໝາຍເລິກເຊິ່ງ ນັ້ນແຫຼະເປັນຮັກແທ້ທີ່ຈະໃຊ້ຊີວິດໄປນຳກັນຈົນຕະຫຼອດຊີວິດ.

ດັ່ງນັ້ນ, ຄວາມຮັກຄວາມເຂົ້າໃຈ ການໃຫ້ກຽດເຊິ່ງກັນແລະກັນ ການໂອ້ລົມກັນໃນຍາມບໍ່ເຂົ້າໃຈ ແລະ ການໃຫ້ອະໄພ ຖືເປັນເລື່ອງທີ່ສຳຄັນທີ່ສຸດໃນຊີວິດຄູ່.

(ຂໍອວຍພອນໃຫ້ທຸກໆຄູ່ ຈົ່ງມີຄວາມສຸກ ແລະ ຮັກກັນໄປຈົນແກ່ຈົນເຖົ້າ!!!)

ທີ່ມາ: ວາລະສານ ຂວັນໃຈ

ຮູບພາບ: Lao wedding, Lao culture

ແບ່ງປັນ