“ສະບາຍດີ” ໄດ້ຍິນຄຳທັກທາຍແບບນີ້ ແນ່ນອນວ່າຕ້ອງເປັນຄຳທັກທາຍຂອງຄົນລາວເຮົາແນ່ນອນ ແຕ່ບໍ່ພຽງຄົນລາວເທົ່ານັ້ນເດີ້ທີ່ໃຊ້ທັກທາຍກັນ ແຕ່ຄົນຕ່າງຊາດກໍບໍ່ເວັ້ນທີ່ຈະທັກທາຍວ່າ “ສະບາຍດີ” ເມື່ອເຫັນເອກະລັກຊຸດໄໝລາວທີ່ແມ່ຍິງລາວທີ່ເຮົາໄດ້ສວມໃສ່.
ມາອັບເດດ ບາບີ້ ປິຍະມາດ Miss International Laos 2018 ທີ່ຫຼ້າສຸດນຸ່ງຊຸດໄໝລາວຮ່ວມເຮັດກິດຈະກຳໃນກອງປະກວດ Miss International 2018 ທີ່ປະເທດຍີ່ປຸ່ນ ພ້ອມທັງອັບເດດຮູບພາບ ແລະ ແຄັບຊັ່ນໜ້າຮັກໆໃຫ້ແຟນໆໄດ້ຮັບຮູ້ວ່າ:
ຈົນເຮັດໃຫ້ມີຄົນເຂົ້າມາຊື່ນຊົມ ແລະ ກົດໄລ້ ກົດແຊຣກັນຢ່າງຫຼວງຫຼາຍ.
ແລະ ໄລຍະນີ້ ບາບີ້ ປິຍະມາດ Miss International Laos 2018 ຢ່າງໃດກໍຢ່າລືມເປັນກຳລັງໃຈໃຫ້ສາວງາມຕົວແທນປະເທດລາວໃນການປະກວດເວທີລະດັບໂລກ Miss International 2018 ທີ່ ປະເທດ ຍີ່ປຸ່ນ ແລະ ຈະມີຮອບຕັດສິນໃນວັນທີ 9 ພະຈິກ 2018 ນີ້ ເຮົາຄົນລາວກໍຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ #ຮັກລາວເຊຍລາວ ?? #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ??????
Story: ຊະນີIndy
ຮູບພາບ: FB/B’Bie Piyamarth