Breaking News

ຂ່າວດີ! ປະຫວັດສາດວົງການນາງງາມລາວ ບາບີ້ ປິຍະມາດ ຂຶ້ນເປັນຕົວເກັງອັນດັບ 1  ມີສິດຄວ້າມົງ Miss International 2018 (ແຊຣໄປໃຫ້ໂລກຮູ້)

ແບ່ງປັນ

ມາມາມາ…ມາອັບເດດວົງການນາງງາມທີ່ກຳລັງເປັນກະແສກັນແບບສົດໆ ຮ້ອນໆ ຫຼ້າສຸດມີຂ່າວດີມາຝາກພໍ່ແມ່ພີ່ນ້ອງຊາວລາວ ຫຼັງຈາກທີ່ເວັບໄຊ້ນາງງາມລະດັບໂລກ www.officialglobalbeauties.com ໄດ້ອອກມາຈັດລຳດັບວ່າ https://www.globalbeauties.com/ ສາວງາມ 1-15 ປະເທດດັ່ງຕໍ່ໄປນີ້ແມ່ນມີສິດຈະຄວ້າມົງກຸດໃນເວທີ Miss International 2018 ທີ່ປະເທດ ຍີ່ປຸ່ນຫຼາຍທີ່ສຸດ.

ແລະ ບາບີ້ ປິຍະມາດ Miss International Laos 2018 ກໍບໍ່ເຮັດໃຫ້ຜິດຫວັງ ເພາະສາມາດຂຶ້ນເປັນຕົວເກັງອັນດັບ 1 ທີ່ມີສິດຈະຄວ້າມົງກຸດ Miss International 2018 ທີ່ປະເທດ ຍີ່ປຸ່ນ. #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ??????

ການຂຶ້ນເປັນຕົວເກັງອັນດັບ 1 ໃນເທື່ອນີ້ ນັບວ່າເປັນຄັ້ງປະຫວັດສາດຂອງສາວງາມຈາກລາວເລີຍກໍວ່າໄດ້ ແລະ ໄລຍະນີ້ ບາບີ້ ປິຍະມາດ Miss International Laos 2018 ຢ່າງໃດກໍຢ່າລືມເປັນກຳລັງໃຈໃຫ້ສາວງາມຕົວແທນປະເທດລາວໃນການປະກວດເວທີລະດັບໂລກ Miss International 2018 ທີ່ ປະເທດ ຍີ່ປຸ່ນ ແລະ ຈະມີຮອບຕັດສິນໃນວັນທີ 9 ພະຈິກ 2018 ນີ້ ເຮົາຄົນລາວກໍຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ #ຮັກລາວເຊຍລາວ ??  

Story: ຊະນີIndy

ແບ່ງປັນ