Breaking News

ຈັກກະວານໄປທາງໃດ??? ອັບເດດຄວາມພ້ອມຂອງ ອອນອະນົງ  ຫອມສົມບັດ Miss Universe Laos 2018

ແບ່ງປັນ

ມາອັບເດດອີກໜຶ່ງສາວງາມ ທີ່ກ່ອນໜ້ານີ້ມີການມອບຕຳແໜ່ງໃຫ້ ອອນອະນົງ ຫອມສົມບັດ ໃຫ້ໄດ້ເປັນ Miss Universe Laos 2018 ເພື່ອໄປເປັນຕົວແທນປະກວດສາວງາມໃນເວທີທີ່ຍິ່ງໃຫ່ຍລະດັບໂລກ Miss Universe 2018 ເຊິ່ງປີນີ້ພິເສດຫຼາຍເພາະຈະຈັດຂື້ນທີ່ປະເທດໄທ ປະເທດເພື່ອນບ້ານເຮົານີ້ເອງ.

ຕັ້ງແຕ່ມື້ທີ່ໄດ້ຮັບຕຳແໜ່ງ ອອນອະນົງ ຫອມສົມບັດ Miss Universe Laos 2018 ກໍໄດ້ເຝິກຝົນຢ່າງໜັກທາງດ້ານຄວາມຮູ້ຄວາມສາມາດ ທັກສະຕ່າງໆ ແລະ ທີ່ສຳຄັນກໍຄືຮູບຮ່າງ ໜ້າຕາ ແລະ ບຸກຂະລິກກະພາບເພື່ອໄປແຂ່ງຂັນກັບແມ່ຍິ່ງຈາກອີກຫຼາຍປະເທດທົ່ວໂລກທີ່ຈະມາປະຊັນກັນໃນເວທີຍິ່ງໃຫ່ຍທີ່ຈະຈັດຂື້ນໄວໆນີ້…

ປັດຈຸບັນ Miss Universe Laos 2018 ຖືວ່າມີຄວາມພ້ອມຫຼາຍທີ່ຈະໄປເປັນຕົວແທນແມ່ຍິງລາວໃນເວທີ ນາງງາມຈັກກະວານ ( Miss Universe 2018)

ຢ່າງໃດແຟນໆນາງງາມທັງຫຼາຍກໍຢ່າລືມ ກຽມລຸ້ນ ກຽມເຊຍ ແລະ ເປັນກຳລັງໃຈໃຫ້ຕົວແທນສາວງາມຈາກປະເທດລາວ, ເຮົາຄົນລາວກໍຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ #ຮັກລາວເຊຍລາວ ??  #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ??????

Story: ຊະນີIndy

ຮູບພາບ: FB/On-anong Homsombath

ແບ່ງປັນ