Breaking News

Epson Eco Tank ອິ້ງເຈັດ!!! ເນັ້ນຄວາມເປັນຜູ້ນໍາ, ທົນທານ, ກຸ້ມຄ່າ, ລາຄາປະຢັດ ແລະ ຕອບໂຈດໄດ້ຢ່າງສົມບູນແບບ…

ແບ່ງປັນ

Epson Eco Tank ອິ້ງເຈັດ!!! ເນັ້ນຄວາມເປັນຜູ້ນໍາ, ທົນທານ, ກຸ້ມຄ່າ, ລາຄາປະຢັດ ແລະ ຕອບໂຈດໄດ້ຢ່າງສົມບູນແບບ…

ເພື່ອຕອກຍໍ້າຄວາມເປັນອັນດັບໜຶ່ງໃນຕະຫຼາດ; Epson ໄດ້ເປີດຕົວ Eco Tank ເຄື່ອງພິມອິ້ງເຈັດ ທີ່ຕອບໂຈດຄວາມກຸ້ມຄ່າ, ແຂງແຮງທົນທານ ແລະ ລາຄາປະຢັດ! ພ້ອມນັ້ນກໍຍັງໄດ້ເປີດຕົວຜະລິດຕະພັນລຸ້ນໃໝ່ L-Series ແລະ M-Series ເພື່ອຕອບສະໜອງທຸລະກິດທຸກຂະໜາດ, ລວມທັງໂປຣເຈັກເຕີຂະໜາດກາງ 3 ລຸ້ນໃໝ່…

ທ່ານ ຢັນຢົງ ມຸນິມົງຄົນທອນ ຜູ້ອໍານວຍການຝ່າຍຂາຍ ແລະ ການຕະຫຼາດຂອງບໍລິສັດ ເອັບສັນ (ປະເທດໄທ) ຈໍາກັດ ໄດ້ກ່າວວ່າ “ເອັບສັນເປັນຜູ້ຜະລິດແຫ່ງທໍາອິດ ທີ່ໄດ້ນໍາເອົາເຄື່ອງພິມອິ້ງເຈັດແທ້ ມາວາງຈໍາໜ່າຍໃນປີ 2010 ນັບແຕ່ນັ້ນມາເຄື່ອງພິມຂອງພວກເຮົາທັງ L-Series ແລະ M-Series ໄດ້ສະແດງໃຫ້ເຫັນເຖິງການພັດທະນາຢ່າງຕໍ່ເນື່ອງ ເພື່ອໃຫ້ໄດ້ປະສິດທິພາບທີ່ດີຂຶ້ນ ເປັນຜົນໃຫ້ເອັບສັນກາຍເປັນຜູ້ຜະລິດເຄື່ອງພິມແບບກ່ອງເມຶກ (Ink Tank) ອັນດັບໜຶ່ງຂອງໂລກ ເຊິ່ງໄດ້ຈໍາໜ່າຍໄປແລ້ວຫຼາຍກວ່າ 30 ລ້ານເຄື່ອງໃນ 150 ປະເທດທົ່ວໂລກ ໃນລາວມີເຄື່ອງພິມແບບກ່ອງຫຼາຍກວ່າ 19 ລຸ້ນ. ດ້ວຍຕົວເລືອກທີ່ຫຼາກຫຼາຍເຫຼົ່ານີ້ ເຮັດໃຫ້ລູກຄ້າສາມາດເລືອກສິ່ງທີ່ເໝາະສົມທີ່ສຸດໃຫ້ກັບຕົວເອງໄດ້ງ່າຍຂຶ້ນ” “ແລະ ສໍາລັບຜະລິດຕະພັນໃໝ່ທີ່ເອີ້ນວ່າ Eco Tank ຫຼື Economical Tank ພວກເຮົາຂໍນໍາສະເໜີ 5 ລຸ້ນໃໝ່ຈາກ L-Series ແລະ M-Series ຄື Eco Tank L3110, L3150, M1100, M1120 ແລະ M2140. ເຄື່ອງພິມເຫຼົ່ານີ້ບໍ່ໄດ້ໃຊ້ກ່ອງເມຶກແບບເກົ່າ, ໂຄ້ງກະທັດຮັດ ແລະ ປະຢັດພື້ນທີ່. ດ້ວຍການອອກແບບພິເສດ ຈະເຮັດໃຫ້ບໍ່ມີການເຮ່ຍ ຫຼືລົ້ນ ໃນເວລາຕຶ່ມນໍ້າເມຶກ ດ້ວຍລະບົບປ້ອງກັນບໍ່ໃຫ້ນໍ້າເມຶກໄຫຼຍ້ອນກັບ”.

ໜຶ່ງໃນຈຸດເດັ່ນຂອງ Eco Tank M-Series ທີ່ໃຫຍ່ທີ່ຄື M2140 ເຄື່ອງພິມຂາວ-ດໍາ ຟັງຊັ່ນຫຼາກຫຼາຍ ທີ່ມາພ້ອມຫົວພິມ PrecisionCore ໃໝ່ ທີ່ມີຊື່ສຽງໃນດ້ານຄວາມຖືກຕ້ອງ, ລະອຽດ, ຄົມຊັດ, ປະສິດທິພາບສູງ ແລະ ຄວາມໄວສູງ; ສາມາດພິມດ້ວຍຄວາມໄວ 20 ຮູບ/ນາທີ ດ້ວຍຄວາມລະອຽດ 1.200 x 2.400 dpi, ສາມາດພິມແບບສອງໜ້າໄດ້ອັດຕະໂນມັດ, ພ້ອມດ້ວຍຟັງຊັ່ນການພິມບາໂຄດ ທີ່ໃຫ້ແຖບແນວຕັ້ງມີຄຸນນະພາບຄືກັບເຄື່ອງພິມເລເຊີ. ສໍາລັບອີກ 2 ລຸ້ນຄື M1100 ແລະ M1120 ສາມາດພິມດ້ວຍຄວາມໄວ 15 ຮູບ/ນາທີ ແລະ ເຊື່ອມຕໍ່ WiFi ໄດ້. ສ່ວນ Eco Tank L-Series ທີ່ໄດ້ນໍາສະເໜີ 2 ລຸ້ນຄື L3110 ແລະ L3150 ເປັນເຄື່ອງຟັງຊັ່ນທີ່ຫຼາກຫຼາຍ ທີ່ມີການພິມ 4 ສີ ແລະ ການພິມທີ່ບໍ່ມີຂອບເຖິງຂະໜາດ 4R ສໍາລັບການພິມຮູບຖ່າຍ ແລະ ການພິມດ້ວຍ WiFi ຈາກອຸປະກອນຫຼາຍເຖິງ 8 ເຄື່ອງ ໂດຍໃຊ້ WiFi Direct.

ສໍາລັບລູກຄ້າທີ່ສົນໃຈສາມາດສັ່ງຈອງ ແລະ ເລືອກຊື້ໄດ້ຕາມຕົວແທນໃຫຍ່ ແລະ ຕົວແທນຍ່ອຍທົ່ວປະເທດ… ລາຄາເລີ່ມຕົ້ນແມ່ນ 1.000.000 ກີບຂຶ້ນໄປ.

ແບ່ງປັນ