Breaking News

ເລີ່ມລົງທຶນຕອນອາຍຸ 20+ ໄປຈົນເຖິງ 30 ຕົ້ນໆ ແມ່ນໄດ້ປຽບ…

ແບ່ງປັນ

“ການທີ່ເຮົາຍັງຢູ່ໃນໄວເລີ່ມຕົ້ນເຮັດວຽກ ເລີ່ມຕົ້ນລົງທຶນ ເຮັດໃຫ້ເຮົາມີໄລຍະໃນການລົງທຶນສ້າງຜົນກຳໄລທີ່ຍາວນານ”

ກ່ອນທີ່ເຮົາຈະພາສາວໆຂວັນໃຈໄປຮູ້ຈັກກັບວິທີການລົງທຶນນັ້ນ ເຮົາມາຮູ້ຈັກລັກສະນະໂດຍທົ່ວໄປ ແລະແຕ່ລະໄລຍະອາຍຸຂອງຄົນກຸ່ມນີ້ກັນກ່ອນ ປົກກະຕິແລ້ວຄົນໃນກຸ່ມນີ້ຄືຄົນໃນກຸ່ມ 20+ ໄປຈົນເຖິງ 30 ຕົ້ນໆ ເຊິ່ງໂດຍທົ່ວໄປແລ້ວກໍຍັງບໍ່ມີຊັບສິນ (financial capital) ຫຼາຍ ລາຍໄດ້ກໍຍັງຖືວ່າຕໍ່າຖ້າທຽບໃສ່ກັບລາຍໄດ້ທີ່ຈະໄດ້ຮັບໃນອະນາຄົດ

ແຕ່ສິ່ງໜຶ່ງທີ່ຄົນໃນໄວ 20+ ໄປຈົນເຖິງ 30 ຕົ້ນໆນີ້ມີ ແຕ່ຄົນກຸ່ມອື່ນໆບໍ່ມີກໍຄື ໄລຍະເວລາໃນການລົງທຶນທີ່ຍາວນານ ໄປຈົນກວ່າຈະຮອດໄວບຳນານ ຈຸດນີ້ແຫຼະເຮັດໃຫ້ກຸ່ມໄວໜຸ່ມຢ່າງເຮົາໄດ້ປຽບ ທັງໃນເລື່ອງການຮັບຜົນປະໂຫຍດຈາກການລົງທຶນ ແລະການຮັບຄວາມຜັນຜວນຂອງຜົນຕອບແທນຂອງການລົງທຶນໄດ້ຫຼາຍກວ່າ ລວມໄປເຖິງຊັບສິນທີ່ຕິດຕົວເຮົາ ຫຼື ທຶນມະນຸດ (Human Capital) ທີ່ຄົນໃນໄວນີ້ມີຫຼາຍກວ່ານັ້ນເອງ

ເຖິງຢ່າງໃດກໍຕາມຄົນໃນໄວ 20+ ໄປຈົນເຖິງ 30 ຕົ້ນໆ ສ່ວນໃຫ່ຍແລ້ວລ້ວນແຕ່ມີໜີ້ສິນບໍ່ໜ້ອຍກໍຫຼາຍເຊັ່ນ ບາງຄົນອາດຈະຕ້ອງຈ່າຍຄ່າຜ່ອນເຮືອນ ຄ່າເຊົ່າເຮືອນ ຄ່າດາວລົດ ເຊິ່ງຖືເປັນໜີ້ສິນທີ່ບໍ່ໜ້ອຍ ແຕ່ການລົງທຶນເພື່ອກໍ່ສ້າງຖານະກໍຖືເປັນເລື່ອງທີ່ສຳຄັນຫຼາຍ, ດັງນັ້ນ ຈຶ່ງຢາກແນະນຳໃຫ້ແບ່ງເງິນສ່ວນໜຶ່ງມາລົງທຶນ ເພາະຢ່າງທີ່ບອກວ່າການທີ່ເຮົາຍັງຢູ່ໃນໄວເລີ່ມຕົ້ນເຮັດວຽກ ເຮັດໃຫ້ເຮົາມີໄລຍະໃນການລົງທຶນສ້າງຜົນກຳໄລທີ່ຍາວນານກວ່າ

ມາເບິ່ງວິທີແນະນຳ ໝູ່ເພື່ອນຄົນໃດທີ່ຕ້ອງການລົງທຶນ ຫຼືຢາກສ້າງຜົນກຳໄລໃນທຸລະກິດມີດັ່ງນີ້: 

  • ຈັດການກັບໜີ້ສິນທີ່ຕິດຕົວມາໃຫ້ໝົດ ແລະພະຍາຍາມບໍ່ກໍ່ໜີ້ທີ່ບໍ່ຈໍາເປັນ ໂດຍສະເພາະໜີ້ສິນທີ່ມີອັດຕາດອກເບ້ຍສູງເຊັ່ນ ບັດເຄຣດິດ ດອກເບ້ຍເງິນກູ້ເປັນຕົ້ນ…
  • ລົງທຶນແບບ Human Capital ໃຫ້ຫຼາຍທີ່ສຸດ ເສີມສ້າງຄວາມຮູ້ ເພີ່ມມູນຄ່າ ເກັບກ່ຽວປະສົບການໃຫ້ກັບຕົວເອງໃຫ້ຫຼາຍທີ່ສຸດ ເພາະສິ່ງນີ້ຄືເຄື່ອງມືທີ່ຈະເຮັດໃຫ້ເຮົາມີໂອກາດໃນການໄດ້ຮັບລາຍໄດ້ເພີ່ມຂຶ້ນໃນອະນາຄົດ
  • ເຮັດປະກັນສ້າງພູມຄຸ້ມກັນໃຫ້ຊັບສິນ ໂດຍສະເພາະຊັບສິນທີ່ອາດກໍ່ໃຫ້ເກີດພາລະສູງ ຖ້າບັງເອີນເກີດຄວາມເສີຍຫາຍຂຶ້ນເຊັ່ນ ບ້ານ ລົດ ລວມໄປເຖິງສຸຂະພາບຂອງເຮົານັ້ນເອງ
  • ລົງທຶນໃຫ້ເໝາະສົມກັບຄວາມສ່ຽງທີ່ສາມາດຮັບໄດ້ ຫຼາຍເທື່ອທີ່ເຮົາຈະເຫັນຜູ້ລົງທຶນ ໂດຍບໍ່ເໝາະສົມກັບຄວາມສ່ຽງທີ່ສາມາດຮັບໄດ້ ຄົນໃນໄວນີ້ໂດຍທົ່ວໄປແລ້ວນັ້ນສາມາດຮັບຄວາມສ່ຽງໄດ້ສູງກວ່າໄວອື່ນໆ

ນີ້ຄືການເລີ່ມຕົ້ນງ່າຍໆສຳລັບການກະກຽມ ຫຼືວາງແຜນການລົງທຶນຂອງຄົນໄວເລີ່ມທີ່ຈະເຮັດວຽກ ແລະອີກໜຶ່ງຢ່າງທີ່ສຳຄັນທີ່ສຸດນັ້ນກໍຄື ວິໄນທາງການເງິນການລົງທຶນ ເຊິ່ງຖືວ່າເປັນຫົວໃຈຂອງການລົງທຶນໃຫ້ປະສົບຜົນສຳເລັດນັ້ນເອງ.

ທີ່ມາ: ວາລະສານ ຂວັນໃຈ 

ຮູບພາບ: google

ແບ່ງປັນ