ມີຂ່າວສານດີໆມາຝາກມູ່ເພື່ອນທຸກໆຄົນ ຕອນນີ້ໂຄງການ Spring 2019 YSEALI Academic Fellowship ໄດ້ເປີດຮັບສະໝັກແລ້ວ ໂຄງການດັ່ງກ່າວ ແມ່ນເໝາະສຳລັບ ໄວໜຸ່ມທີ່ມີອາຍຸລະຫວ່າງ 18-25 ປີ ແລະ ກຳລັງມີຄວາມສົນໃຈໃນ ດ້ານບັນຫາສິ່ງແວດລ້ອມ ແລະ ການບໍລິຫານຈັດການສັບພະຍາກອນທຳມະຊາດ, ການປະກອບການເພື່ອສັງຄົມ, ການພັດທະນາເສດຖະກິດ ແລະ ການມີສ່ວນຮ່ວມໃນສັງຄົມ.
ມື້ປິດຮັບສະໝັກແມ່ນວັນທີ 12 ພະຈິກ 2018, ດັ່ງນັ້ນຖ້າໝູ່ເພື່ອນຄົນໃດສົນໃຈກໍໃຫ້ພາກັນຮີບຟ້າວສະໝັກເດີ້! ສຳລັບຂໍ້ມູນເພີ່ມຕື່ມ ກ່ຽວກັບວິທີການສະໝັກແມ່ນສາມາດເຂົ້າໄປເບິ່ງຕາມລິ້ງນີ້ເລີຍ https://bit.ly/2KHtfnX
ທີ່ມາ: U.S. Embassy Vientiane