Breaking News

ງາມໆທັງນັ້ນ! ເປີດໂຕ  40 ສາວງາມຜູ້ຜ່ານເຂົ້າຮອບ  MISS LAOS  2018

ແບ່ງປັນ

ວົງການນາງງາມບ້ານເຮົາຖືວ່າກຳລັງມາແຮງຕິດກະແສກັນສຸດໆໃນເວລານີ້ ແວະວຽນມາທີ່ອີກໜຶ່ງເວທີ ນາງສາວລາວ (MISS LAOS  2018) ເຊິ່ງເປັນອີກເວທີໜຶ່ງທີ່ຈະເປີດໂອກາດໃຫ້ແມ່ຍິງລາວໄດ້ມາປະຊັນຄວາມງາມ ສະແດງຄວາມສາມາດ ແລະ ເປັນທູດວັດທະນະທຳ, ທ່ອງທ່ຽວລາວ ແລະ ນາງສາວທູດດ້ານການສຶກສາ.

ຫຼ້າສຸດ!!! ທາງກອງປະກວດກໍໄດ້ເປີດໂຕ 40 ສາວງາມຜູ້ຜ່ານເຂົ້າຮອບ  MISS LAOS  2018 ເຊິ່ງສາວງາມທັງໝົດ 40 ຄົນແມ່ນໄດ້ຄັດເລືອກມາຈາກ 18 ແຂວງທົ່ວປະເທດລາວ, 40 ສາວງາມທີ່ຜ່ານເຂົ້າຮອບສຸດທ້າຍຈະໄດ້ຮ່ວມເກັບຕົວເພື່ອເຮັດກິດຈະກຳ ແລະ ຮອບຕັດສິນ ນາງສາວລາວ (MISS LAOS  2018 ) ຈະມີຂຶ້ນໃນວັນທີ 7 ທັນວາ 2018ທີ່ຈະມາເຖິງນີ້.

(40 ສາວງາມຜູ້ຜ່ານເຂົ້າຮອບ  MISS LAOS  2018 ຕົວແທນຈາກ 18 ແຂວງ ມີໃຜແນ່ນັ້ນມາເບິ່ງກັນເລີຍ)

ສາວງາມທີ່ໄດ້ຮັບຕຳແໜ່ງ Miss Laos 2018 ຈະໄດ້ຮັບເງິນ ພ້ອມມົງກຸດປະຈຳຕຳແໜ່ງ, ທຶນການສຶກສາຕໍ່ລະດັບປະລິນຍາຕີ ທີ ສປ ຈີນ ແລະ ພ້ອມດ້ວຍລາງວັນອີກຢ່າງຫຼວງຫຼາຍຈາກຜູ້ສະໜັບສະໜູນ, ນອກຈາກນັ້ນ Miss Laos 2018 ຍັງຈະໄດ້ຮັບຕໍາແໜ່ງ ນາງສາວທູດວັດທະນະທຳ, ທ່ອງທ່ຽວລາວ ແລະ ນາງສາວທູດດ້ານການສຶກສາອີກດ້ວຍ.

ເປັນແນວໃດແດ່ ງາມໆທັງນັ້ນເລີຍແມ່ນບໍ່? ມັກໃຜ ເຊຍໃຜກໍຢ່າລືມເປັນກຳລັງໃຈໃຫ້ນ້ອງໆສາວງາມຜູ້ຜ່ານເຂົ້າຮອບ 40 ຄົນສຸດທ້າຍຂອງເວທີ Miss Laos 2018 ກັນແດ່ເດີ້ແຟນໆ.

(ລາຍລະອຽດເພີ່ມຕື່ມເຂົ້າເບິ່ງໄດ້ທີ່ FB/MISS LAOS ນາງສາວລາວ)

Story: ຊະນີIndy

ແບ່ງປັນ