Breaking News

ຍ້ອນເບິ່ງ! ມິ່ມີ່ ພູນຊັບ ຕອນປະກວດ Miss International 2017 ຈົນຜ່ານເຂົ້າຮອບ 8 ຄົນສຸດທ້າຍໃນເວທີລະດັບໂລກ

ແບ່ງປັນ

Hello ແຟນໆເລີ່ມຕົ້ນ ເດືອນພະຈິກ 2018 ກັບບັນຍາກາດເຢັນໆ ກ້າວເຂົ້າສູ່ລະດູໜາວແລ້ວຢ່າລືມຮັກສາສຸຂະພາບກັນແດ່ເດີ້… ເອົາລະ!!! ເຂົ້າເລື່ອງກັນເລີຍ ເຊື່ອວ່າແຟນໆຄົງໄດ້ຕິດຕາມການປະກວດ Miss International ທີ່ມີສາວງາມຕົວແທນປະເທດລາວ ຫຼ້າສຸດປີນີ້ກໍໄດ້ ບາບີ້ ປິຍະມາດ ພູນປະເສີດ Miss International Laos 2018 ທີ່ປັດຈຸບັນກຳລັງເກັບຕົວ ເຮັດກິດຈະກຳກັບທາງກອງປະກວດ ແຖມນາງຍັງຕິດກະແສ ຖືກຈັດອັນດັບຈາກເວັບໄຊ້ດັງໃຫ້ເປັນ ຕົວເກັງອັນດັບ 1 ທີ່ມີລຸ້ນວ່າອາດຈະຄວ້າມົງກຸດ Miss International 2018 ໃນປີນີ້ອີກດ້ວຍ.

ແລະ ບັນຍາກາດແບບນີ້ໃນປີກາຍທີ່ຜ່ານມາກໍເຊັ່ນດຽວກັນ ເພາະອີກໜື່ງສາວງາມທີ່ເດີນທາງໄປປະກວດເປັນຄົນທຳອິດໃນເວທີນີ້ເລີຍກໍຄື ມິມີ່ ພູນຊັບ ພົນໂຍທາ Miss International Laos 2017 ທີ່ເດີນທາງໄປເປັນຕົວແທນປະເທດລາວເພື່ອເຂົ້າປະກວດນາງງາມເວທີລະດັບສາກົນ Miss International 2017 ຈັດຂຶ້ນທີ່ ປະເທດ ຍີ່ປຸ່ນ ໃນປີທີ່ຜ່ານມາ…

ຈົນສາມາດເປັນທີ່ສົນໃຈຈາກຄົນທົ່ວໂລກໃນຖານະສາວງາມຕົວແທນປະເທດລາວ ແລະ ຍັງບໍ່ໝົດພຽງເທົ່ານັ້ນ ມິມີ່ ພູນຊັບ ຍັງບໍ່ເຮັດໃຫ້ຄົນລາວເຮົາຜິດຫວັງ ເພາະສາມາດຜ່ານເຂົ້າຮອບເລິກ 8 ຄົນສຸດທ້າຍ ຈົນເປັນທີ່ຮືຮາໄປທົ່ວໂລກມາແລ້ວ ຖືວ່າເປັນຂ່າວດີຂອງຄົນລາວເຮົາທຸກຄົນກັນເລີຍໃນເວລານັ້ນ.

 

ປັດຈຸບັນ ມິມີ່ ພູນຊັບ Miss International Laos 2017 ໄດ້ອຳລາຕຳແໜ່ງ ແລະ ມອບໜ້າທີ່ອັນສົ່ງກຽດນີ້ຕໍ່ໃຫ້ ບາບີ້ ປິຍະມາດ ພູນປະເສີດ Miss International Laos 2018 ໄປເປັນຕົວແທນສາວງາມຈາກປະເທດລາວ ເພື່ອເຜີຍແຜ່ວັດທະນະທຳ ຮີດຄອງປະເພນີອັນດີງາມໃຫ້ຊາວໂລກໄດ້ຮູ້ໃນເວທີໂລກ.

ຮູບພາບ: FB/Phounsap Phonnyotha

ແບ່ງປັນ