Breaking News

Stop Now! ຜູ້ຊາຍ 5 ປະເພດ ເຖິງຈະຢາກໄດ້ປານໃດກໍຕ້ອງຫ້າມໃຈບໍ່ໃຫ້ຮັກ!

ແບ່ງປັນ

ໃຜໆກໍຮູ້ວ່າ ເລື່ອງຮັກໆນັ້ນບໍ່ເຂົ້າໃຜອອກໃຜ ຍິ່ງໄປກວ່ານັ້ນຫົວໃຈຂອງເຮົາກໍເປັນສິ່ງທີ່ບັງຄັບຍາກທີ່ສຸດ ຈະສັ່ງໃຫ້ຄົນອື່ນມາຮັກເຮົາກໍບໍ່ໄດ້ ຖ້າໃຈບໍ່ຢາກຮັກ ຫຼືຈະສັ່ງຫ້າມບໍ່ໃຫ້ຮັກຄົນທີ່ເຮັດບໍ່ດີກັບເຮົາກໍບໍ່ໄດ້ອີກ ສະນັ້ນ ສາວໆມື້ນີ້ ຂວັນໃຈ ເລີຍຢາກຈະມາແນະນໍາຜູ້ຊາຍທີ່ ເຖິງໃຈຈະຢາກໄດ້ເກືອບຕາຍ ກໍຄວນຫັກຫ້າມໃຈບໍ່ໃຫ້ໄປຫຼົງຮັກເດັດຂາດ ໂດຍສະເພາະຜູ້ຊາຍ 5 ປະເພດນີ້…

  1. ຜູ້ຊາຍມີເຈົ້າຂອງ

ອັນດັບທໍາອິດທີ່ສາວໆຄວນຫ້າມໃຈບໍ່ໃຫ້ໄປຮັກເດັດຂາດ ເຖິງເຂົາຈະເປັນຝ່າຍເຂົ້າມາຫາເຮົາກ່ອນ ຫຼືເປັນເພາະເຮົາເອງທີ່ໄປຫຼົງຮັກຄົນມີເຈົ້າຂອງກໍຕາມ ແນ່ນອນຖ້າສາວໆເຜີໃຈໄປຮັກຄົນມີເຈົ້າຂອງແລ້ວ ບໍ່ວ່າຈະເປັນຍ້ອນລາວກໍາລັງເລີກກັບແຟນ, ກໍາລັງປະເມຍ, ແຍກກັນຢູ່, ກໍາລັງແຍກທາງກັນ, ຍ້ອນແຟນ ຫຼືເມຍເປັນແນວນັ້ນແນວນີ້ ຈົນລາວພະຍາຍາມເລີກ ໄລຍະເວລານັ້ນເຖິງເຈົ້າຈະຢູ່ໃນຖານະໃດກໍຕາມຖ້າເຂົ້າໄປມີສ່ວນກ່ຽວຂ້ອງ ເພາະສຽງປະນາມທີ່ເຈົ້າຈະໄດ້ຮັບນັ້ນ ຄືຄວາມຈິງທີ່ເຈົ້າບໍ່ສາມາດຫຼີກລ່ຽງໄດ້. ສັກສີລູກຜູ້ຍິງຄວນຮັກສາ ເພື່ອໃຫ້ເຮົາສາມາດພາກພູມໃຈໃນຕົວເອງໄດ້ຢ່າງເຕັມທີ່ ແລະ ແທ້ຈິງ ຍັງມີຄົນທີ່ເກີດມາເພື່ອເຮົາ ແລະ ກໍາລັງຖ້າເຮົາຢູ່ ຂໍພຽງເຮົາເກັບຕົວ, ເກັບໃຈໄວ້ພົບກັບເຂົາເທົ່ານັ້ນ ແລະ ຖ້າຫ້າມໃຈຕົວເອງບໍ່ໄດ້ແທ້ໆກໍລອງຄິດເອົາໃຈເພິ່ນມາໃສ່ໃຈຕົວເບິ່ງວ່າ ຖ້າມື້ໜຶ່ງມີຄົນມາຍາດຄົນທີ່ເຮົາຮັກໄປເຮົາຈະຮູ້ສຶກແນວໃດ?

  1. ຜູ້ຊາຍປາກບໍ່ມີແນວອັດ

ບໍ່ວ່າຜູ້ຊາຍທີ່ເຮົາມັກຈະເວົ້າເກັ່ງ, ປາກບໍ່ມີແນວອັດ ບ້າໄບ່ ເວົ້າຫຼາຍບໍ່ມີຈຸດມີຈ້ຳ ແບບສັນຍາແລ້ວບໍ່ເຮັດ, ສາບານແລ້ວບໍ່ໃສ່ໃຈ ປະຊົດທໍາຮ້າຍຈິດໃຈເກືອບທຸກປະໂຫຍກຄໍາເວົ້າ ລວມເຖິງນໍາເລື່ອງຂອງເຮົາ ຫຼືເລື່ອງທີ່ຄວນເກັບເປັນຄວາມລັບໄປເລົ່າໃຫ້ຄົນອື່ນຟັງແບບມ່ວນປາກ ລ້ວນແລ້ວແຕ່ເປັນຜູ້ຊາຍປະເພດທີ່ສາວໆບໍ່ຄວນເທໃຈໃຫ້ເປັນຢ່າງຍິ່ງ. ຜູ້ຊາຍປະເພດທີ່ປາກບໍ່ມີແນວອັດນີ້ ເປັນບຸກຄົນອັນຕະລາຍ ທີ່ສາວໆຕ້ອງໄດ້ໃຊ້ຄວາມພະຍາຍາມຢ່າງສູງຫາກຄົບກັນ ເນື່ອງຈາກມະນຸດຜູ້ຊາຍປະເພດນີ້ມັກເປັນພວກບໍ່ສົນໃຈໂລກ ແລະ ເອົາຕົວເອງເປັນຈຸດສູນກາງ ຖ້າຄົບກັນໄປກໍມີຄວາມສ່ຽງສູງ ທີ່ຈະຕ້ອງເດີນທາງແຍກກັນໄປຈັກມື້ໜຶ່ງ ຖ້າບໍ່ຢາກເຈັບເມື່ອເຖິງເວລານັ້ນ ກໍຕັດໃຈຈາກຜູ້ຊາຍປະເພດນັ້ນແຕ່ມື້ນີ້ໄດ້ແລ້ວ.

  1. ຜູ້ຊາຍໃຊ້ກໍາລັງ

ບໍ່ວ່າຮູບເງົາແນວຕົບຈູບຈະເປັນແນວທີ່ຫຼາຍຄົນມັກ ແລະ ໂດ່ງດັງພຽງໃດ ແຕ່ຖ້າເຮົາຕ້ອງທົນຢູ່ກັບຜູ້ຊາຍທີ່ມັກໃຊ້ກໍາລັງເຊັ່ນ: ຕົບ, ຕີ, ຊົກ, ຕ່ອຍ, ເຕະ, ຖີບ ຈົນເຮົາບອບຊໍ້າໄປໝົດຕົວ ຫຼືອະໄວຍະວະສ່ວນໃດສ່ວນໜຶ່ງກໍຕາມ ໃຜຈະທົນໄດ້ ພໍ່ແມ່ຜູ້ໃຫ້ຊີວິດແກ່ເຮົາຍັງບໍ່ເຄີຍແຕະຕ້ອງຕົວໃຫ້ເຮົາເຈັບເລີຍ ດັ່ງນັ້ນ ສາວໆທີ່ໄປຫຼົງຮັກຜູ້ຊາຍປະເພດນີ້ຖ້າຍັງບໍ່ຮີບຖອນຕົວ ອາດຈະຕ້ອງເຈັບທັງຕົວ ແລະ ຫົວໃຈໄປເລື້ອຍໆເລີຍກໍໄດ້.

  1. ຜູ້ຊາຍເຫັນແກ່ຕົວ

ຜູ້ຊາຍທີ່ເຕັມໄປດ້ວຍຄວາມເຫັນແກ່ຕົວ ມັກເອົາປຽບຄົນອື່ນຕັ້ງແຕ່ເລື່ອງເລັກໜ້ອຍໄປເຖິງເລື່ອງໃຫຍ່ໆ ເປັນບຸກຄົນທີ່ສາວໆບໍ່ຄວນປ່ອຍຕົວປ່ອຍໃຈໄປຮັກເປັນຢ່າງຍິ່ງ ເພາະໃຜຈະໄປອົດໄດ້ຕະຫຼອດຊີວິດ ໃນເມື່ອຄົນຮັກກັນກໍຄວນແບ່ງປັນຄວາມສຸກ ແລະ ສິ່ງດີໆໃຫ້ກັນແລະກັນ ລວມທັງແບ່ງຄວາມທຸກຂອງອີກຝ່າຍແດ່ ຊ່ວຍກັນແກ້ໄຂບັນຫາເມື່ອມີອຸປະສັກເຂົ້າມາ ເຊິ່ງແນ່ນອນວ່າຜູ້ຊາຍປະເພດນີ້ ບໍ່ມີທາງຈະໃຫ້ສິ່ງເຫຼົ່ານັ້ນກັບເຮົາໄດ້ ຍິ່ງໄປກວ່ານັ້ນຄົນອື່ນທີ່ຖືກເອົາປຽບເຂົາກໍຈະເບິ່ງເຮົາເປັນຄົນປະເພດດຽວກັນກັບທີ່ແຟນເຮົາເປັນ ແລະ ເຮົາກໍອາດຈະຕ້ອງເດືອດຮ້ອນໄປນໍາຢ່າງຫຼີກບໍ່ໄດ້ ດັ່ງນັ້ນ ຖ້າສາວໆບໍ່ຕ້ອງການທີ່ຈະໃຫ້ຊີວິດວຸ່ນວາຍ ເຕັມໄປດ້ວຍສຽງດ່າຕ່າງໆນາໆ ກໍຄວນຫຼີກລ່ຽງຈາກຜູ້ຊາຍປະເພດນີ້!

  1. ຜູ້ຊາຍທີ່ບໍ່ຮັກເຮົາ

ການເຜີໃຈໄປຮັກຄົນທີ່ບໍ່ຮັກເຮົາ, ບໍ່ເຄີຍຮັກ, ລວມເຖິງບໍ່ມີທາງຫັນມາຮັກກັນ ນັບວ່າເປັນສິ່ງທີ່ເຈັບປວດໃຈທີ່ສຸດ ທີ່ສາວໆຄວນຫຼີກໃຫ້ຫ່າງໄກຈາກຊີວິດ ແລະ ຫົວໃຈ ເພາະນັ້ນກໍຖືເປັນການເຮັດໃຫ້ຕົວເອງບໍ່ມີຄຸນຄ່າ ທັງທີ່ຍັງມີຄົນອີກຫຼວງຫຼາຍທີ່ຍັງເຫັນຄຸນຄ່າ ແລະ ພ້ອມທີ່ຈະຮັກເຮົາຢ່າງສຸດໃຈ ຫຼາຍກວ່າຜູ້ຊາຍທີ່ເຮົາທຸ່ມເທໃຈໃຫ້ ໂດຍບໍ່ເຄີຍໄດ້ຫຍັງຕອບແທນກັບມາເລີຍ!

ທີ່ມາ: ວາລະສານ ຂວັນໃຈ

ຮູບພາບ: google

ແບ່ງປັນ