Breaking News

ເຈົ້າໜ້າທີ່ພາສີຂົວມິດຕະພາບ 1 ຢຶດເງິນໂດລາ-ເງິນເອີໂຣ ມູນຄ່າຫລາຍກວ່າ 1,5 ຕື້ກີບ

ແບ່ງປັນ

ໃນວັນທີ 31 ຕຸລາ 2018 ທີ່ຜ່ານມາ ດ່ານພາສີສາກົນ ຂົວມິດຕະພາບ 1 (ນະຄອນຫລວງວຽງຈັນ-ໜອງຄາຍ) ເຈົ້າໜ້າທີ່ພາສີ ສາມາດຢຶດເງິນໂດລາສະຫະລັດໄດ້ 170.000 ໂດລາ,ໂດລາອົດສະຕຣາລີ 7.470 ໂດລາ, ເງິນເອີໂຣ 3.145 ເອີໂຣ ທີ່ຊຸກເຊື່ອງໃນກະເປົາເປ້ສີດໍາໃນລົດກະບະໝາຍເລກທະບຽນ ຂກ 6633 ກຳແພງນະຄອນ, ກຽມນຳເງິນຕາອອກນອກປະເທດ, ຕີເປັນມູນຄ່າເງິນກີບຫລາຍກວ່າ 1,5 ຕື້ກີບ.

ອີງຕາມການລາຍຂອງ ທ່ານ ບຸນແອງ ພັນທະວົງ ຫົວໜ້າດ່ານພາສີສາກົນ ຂົວມິດຕະພາບ 1 ໄດ້ໃຫ້ຮູ້ວ່າ: ໃນວັນທີ 31 ຕຸລາ 2018 ເວລາ 10:25 ໂມງ, ເຈົ້າໜ້າພາສີ ໄດ້ຮັບແຫລ່ງຂ່າວວ່າຈະມີການລັກລອບເງິນຕາອອກນອກປະເທດ. ພ້ອມກັນນັ້ນ, ຈຸງານກວດກາພາຫະນະ-ຜູ້ໂດຍສານ ແລະ ໜ່ວຍງານທີ່ກ່ຽວຂ້ອງໄດ້ກຽມພ້ອມກວດກາ, ພໍມາຮອດ ເວລາ 11:37 ໂມງ ໄດ້ພົບເຫັນລົດເປົ້າໝາຍ, ຈຶ່ງຂໍອະນຸຍາດກວດກາລະອຽດ ພົບເຫັນເງິນໂດລາສະຫະລັດຈໍານວນ 170.000 ໂດລາ, ໂດລາອົດສະຕຣາລີ 7.470 ໂດລາ, ເງິນເອີໂຣ 3.145 ເອີໂຣ ທີ່ຊຸກເຊື່ອງໃນກະເປົາເປ້ສີດຳໃນລົດກະບະໝາຍເລກທະບຽນ ຂກ 6633 ກໍາແພງນະຄອນ, ກຽມນຳເງິນຕາອອກນອກປະເທດ, ຕີເປັນມູນຄ່າເງິນກີບຫລາຍກວ່າ 1,5 ຕື້ກີບ, ຊຶ່ງປັດຈຸບັນ ເງິນຈໍານວນດັ່ງກ່າວ ແລະ ພາຫະນະເຈົ້າໜ້າທີ່ພາສີໄດ້ຢຶດໄວ້ເປັນຂອງກາງ ເພື່ອດຳເນີນການຕາມລະບຽບພາສີ ແລະ ລະບຽບການຕ່າງໆ, ສ່ວນຜູ້ຕ້ອງຫາຈຳນວນ 3 ຄົນ (ຊາຍ 1, ຍິງ 2) ໄດ້ມອບໃຫ້ເຈົ້າໜ້າທີ່ ຕມ ປະຈຳດ່າ ສືບສວນ-ສອບສວນຕາມວິຊາສະເພາະ ແລະ ດໍາເນີນຄະດີຕາມລະບຽບການ ແລະ ກົດໝາຍຂັ້ນຕໍ່ໄປ.


ທ່ານ ບຸນແອງ ພັນທະວົງ ໄດ້ໃຫ້ຮູ້ຕື່ມວ່າ: ນັບແຕ່ເດືອນມັງກອນຫາເດືອນຕຸລາ 2018 ທີ່ດ່ານພາສີສາກົນຂົວມິດຕະພາບ 1 ໄດ້ມີປະກົດການຫຍໍ້ທໍ້ ກ່ຽວກັບຄະດີເງິນ 7 ຄະດີ ຕີເປັນມູນຄ່າເງິນກີບຫລາຍກວ່າ 6 ຕື້ກວ່າກີບ. ໃນນັ້ນ, ວັນທີ 17 ມັງກອນ 2018 ສາມາດຢຶດໄດ້ 602.000 ບາດ, ວັນທີ 9 ເມສາ 2018 ຢຶດໄດ້ 2.050.000 ບາດ, ວັນທີ 18 ພຶດສະພາ 2018 ຢຶດໄດ້ 4.000.000 ບາດ, ວັນທີ 4 ກັນຍາ 2018 ຢຶດໄດ້ 230.000 ໂດລາສະຫະລັດ, ວັນທີ 20 ກັນຍາ 2018 ຢຶດໄດ້ 2.000.000 ບາດ, ວັນທີ 29 ຕຸລາ 2018 ຢຶດໄດ້ 1.400.000 ບາດ ແລະ ວັນທີ 31 ຕຸລາ 2018 ຢຶດໄດ້ 170.000 ໂດລາສະຫະລັດ, 7.470 ໂດລາອົດສະຕຣາລີ ແລະ 3.145 ເອີໂຣ.
ສຳລັບຄະດີດັ່ງກ່າວ, ໄດ້ສະສາງໄປແລ້ວ 5 ຄະດີ ມີມູນຄ່າທັງໝົດ 2,66 ຕື້ກວ່າກີບ, ໄດ້ປັບໃໝ່ເງິນເຂົ້າງົບປະມານ 576 ລ້ານກວ່າກີບ, ຍັງຄ້າງສະສາງ 2 ຄະດີ, ຊຶ່ງປັດຈຸບັນກໍາລັງລາຍງານຂັ້ນເທິງ ເພື່ອຂໍທິດຊີ້ນຳໃນການແກ້ໄຂຄະດີດັ່ງກ່າວ ລວມມູນຄ່າ 3,49 ຕື້ກວ່າກີບ, ຖ້າສະສາງແລ້ວຈະໄດ້ເງິນເຂົ້າງົບປະມານ 1,6 ຕື້ກວ່າກີບ.

ທີ່ມາ: ຂປລ

ແບ່ງປັນ