Breaking News

ສະແດງຄວາມຍິນດີ! Miss Intercontinental Laos 2018 ຈະໄປປະກວດເວທີໂລກໄວໆນີ້…

ແບ່ງປັນ

ຫຼາຍເວທີຈົນນັບບໍ່ຖ້ວນກັນແລ້ວໃນເວລານີ້… ມີຂ່າວສານເລື່ອງວົງການນາງງາມມາຝາກພໍ່ແມ່ພີ່ນ້ອງຊາວລາວອີກແລ້ວ ຫຼ້າສຸດກໍເປີດຕົວ Miss International Laos 2018 ນັ້ນກໍຄື ຢາດຟ້າ ພົມມະວົງໄຊ ອະດີດຮອງອັນດັບ 1 Miss International Laos 2018 ແຕ່ປັດຈຸບັນຖືກແຕ່ງຕັ້ງໃຫ້ເປັນ Miss Intercontinental Laos 2018 ເພື່ອກຽມໄປປະກວດໃນເວທີໂລກ ຕົ້ນປີ 2019 ທີ່ຈະມາເຖິງນີ້…

ງົດງາມ ສົມມົງແທ້ໆ!!! ຢ່າງໃດແຟນໆນາງງາມທັງຫຼາຍກໍຢ່າລືມ ກຽມລຸ້ນ ກຽມເຊຍ ແລະ ເປັນກຳລັງໃຈໃຫ້ ນ້ອງ ຢາດຟ້າ Miss Intercontinental Laos 2018 ຕົວແທນສາວງາມຈາກປະເທດລາວ, ເຮົາຄົນລາວກໍຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ #ຮັກລາວເຊຍລາວ ??  

#ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ??????

ຮູບພາບ: FB/FyFa Phommavongsay

ແບ່ງປັນ