Breaking News

ນາງແບບ Victoria’s Secret ອອກມາຕອບແບບນີ້…ຫຼັງຖືກຢຽດເພດ ໝິ່ນເລື່ອງຄວາມສາມາດ (ເຮັດເອົາຫງາຍເງີບໄປເລີຍ!!!)

ແບ່ງປັນ

ຕ້ອງຍອມຮັບເລີຍວ່າດຽວນີ້ມີແມ່ຍິງສາຍໄອທີເກີດຂຶ້ນຢ່າງຫຼວງຫຼາຍ ແລະມີຄວມຊ່ຽວຊານບໍ່ແພ້ຜູ້ຊາຍ ເຊິ່ງຖ້າໃຜເປັນແຟນພັນແທ້ນາງຟ້າວິກຕໍເຣຍ ຊີເຄຣັດ (Victoria’s Secret) ກໍຈະໄດ້ຍິນຊື່ຂອງ Lyndsey Scott ນາງແບບສາວຜິວສີ ອາຍຸ 34ປີ ກັນມາແດ່ແລ້ວ ບອກເລີຍວ່ານາງມີດີກຼີທີ່ບໍ່ທຳມະດາ ເພາະນອກຈາກຄວາມງາມ ຄວາມສຸດຍອດເລື່ອງຮູບຮ່າງຈົນໄດ້ເປັນນາງແບບໃຫ້ກັບ Victoria’s Secret, Klein, Gucci, Prada ແລະ ເປັນນາງແບບ ຊາວອາຟິກາຄົນທຳອິດທີ່ໄດ້ເຊັນສັນຍາກັບ Calvin Klein ນອກຈາກນີ້ນາງຍັງມີຄວາມສາມາດດ້ານໄອທີ ໂດຍສະເພາະການຂຽນໂປແກຣມຄອມພິວເຕີ້ອີກດ້ວຍ ເຊິ່ງກໍເຮັດໃຫ້ Lyndsey Scott ໂດດເດັ່ນກວ່ານາງແບບທົ່ວໄປອີກດ້ວຍ.

Lyndsey Scott นางฟ้าวิคตอเรียซีเคร็ท

ເຖິງແມ່ນວ່າຈະມີໂປຟາຍດີພຽງໃດ ແຕ່ກໍຍັງມີນັກເລງຄີບອດ ທີ່ອ້າງຕົວເອງວ່າເປັນຜູ້ຊ່ຽວຊານດ້ານຄອມພິວເຕີ້ເຂົ້າມາປັ້ນປະເດັນ ໂພສຂໍ້ຄວາມໃນເຊີງລົບລົງໃນອິນສະຕາແກຣມຂອງນາງວ່າ “ຂ້ອຍວ່ານາງບໍ່ເກັ່ງພໍທີ່ຈະຂຽນໂປແກຣມດອກ”  “ໂມ້ຫຼືບໍ່ ເຮັດໄດ້ຢ່າງທີ່ເວົ້າຫຼືບໍ່?” ບາງຄົນກໍເມັ້ນວ່າ “ຂຽນໄດ້ແຕ່ໂປແກຣມ Hello World ແນ່ນອນ” (ເປັນໂປແກຣມພື້ນຖານທີ່ງ່າຍທີ່ສຸດ) ຫຼື “ຂຽນເປັນແຕ່ໂປແກຣມແບບທຳມະດາຫຼືບໍ່?”

ເຊິ່ງເຫັນໄດ້ຢ່າງຈະແຈ້ງວ່າການຄອມເມັ້ນແບບນີ້ເປັນການດູຖູກຄວາມສາມາດ ແລະ ເປັນການຢຽດເລື່ອງເພດ ງານນີ້ສາວ Lyndsey Scott ກໍບໍ່ນິ່ງເສີຍ ອອກມາຕອບກັບບັນດານັກເລງຄີບອດ ພ້ອມເຜີຍເຖິງຄວາມສາມາດອັນສຸດຍອດຂອງນາງແບບນີ້…

“ຂ້ອຍໄດ້ຄະແນນໃນເວັບ StackOverflow 27,481 ຄະແນນ ຂ້ອຍເປັນໜຶ່ງໃນທີມສອນ iOS ຂອງເວັບ RayWendelich.com ຂ້ອຍເປັນຫົວໜ້າທີມວິສະວະກອນຊອບແວຣ iOS ຂອງ Rally Bound ບໍລິສັດທີ່ຂະະຫຍາຍອັນດັບທີ່ 841 ຂອງອາເມລິກາ ນອກຈາກນີ້ຂ້ອຍຍັງຈົບປະລິນຍາຕີຈາກ Amherst College 2 ສາຂາຄວບ ຄືສາຂາວິທະຍາສາດຄອມພິວເຕີ ແລະ ການລະຄອນ ແລະຂ້ອຍໄດ້ໃຊ້ຊີວິດໂດຍເຮັດທຸກຢ່າງທີ່ຂ້ອຍຮັກມາຕະຫຼອດ , ລອງເບິ່ງຄອມເມັ້ນເຫຼົ່ານີ້ແລ້ວບໍ່ແປກໃຈວ່າເປັນຫຍັງ 41%ຂອງແມ່ຍິງໃນສາຂາອາຊີບນີ້ເຖິງຍາກລາອອກ ກໍໜ້າຈະເປັນບັນຍາກາດໃນການເຮັດວຽກແບບນີ້ກໍເປັນໄດ້”

Lyndsey Scott นางฟ้าวิคตอเรียซีเคร็ท

ນາງສາມາດຂຽນໂປກແກຣມ Python, C++ , Java , MIPS ແລະ Objective-C ໄດ້ອີກດ້ວຍ

ຫຼັງຈາກທີ່ໂພສຄອມເມັ້ນນີ້ໄປແລ້ວ ມີຜູ້ຄົນຈາກທົ່ວໂລກເຂົ້າມາສະແດງຄວາມຄິດເຫັນແລະຊື່ນຊົມໃນຄວາສາມາດຂອງນາງກັນຍ່າງຫຼວງຫຼາຍ ເຮັດເອົານັກເລງຄີບອດທີ່ເຂົ້າມາເມັ້ນກ່ອນໜ້າຫງາຍເງີບກັນໄປເລີຍ…

Lyndsey Scott นางฟ้าวิคตอเรียซีเคร็ท

Lyndsey Scott  ຮ່ວມເດີນ Victoria’s Secret Fashion Show ປີ 2009

Lyndsey Scott นางฟ้าวิคตอเรียซีเคร็ท

ຈາກເລື່ອງລາວຂອງນາງແບບສາວຄົນນີ້ເຮັດໃຫ້ຮູ້ເລີຍວ່າ ຕອນນີ້ໂລກມັນໄດ້ປ່ຽນໄປແລ້ວ ແມ່ຍິງສາມາດເຮັດສິ່ງຕ່າງໆ ໄດ້ເທົ່າທຽມກັບຜູ້ຊາຍ ແມ່ຍິງສະໄໝນີ້ບໍ່ໄດ້ມີພຽງແຕ່ຄວາມງາມ ຫຼືຕ້ອງເປັນແມ່ບ້ານເທົ່ານັ້ນ ແຕ່ພວກນາງຍັງມີຄວາມສາມາດຫຼາກຫຼາຍ ແລະເກັ່ງເທົ່າທຽມກັບຜູ້ຊາຍ ແນ່ນອນວ່າສະໄໝນີ້ເຂົາຊີ້ວັດກັນທີ່ຄວາມສາມາດ ບໍ່ແມ່ນເລື່ອງເພດ!!!

ທີ່ມາ: https://women.mthai.com/amazing-women/380769.html

ແບ່ງປັນ