Breaking News

ສີຣິຕ້າ ເຈັນເຊັນ ນັກສະແດງສາວຊື່ດັງຈາກປະເທດໄທ ໂພສຂໍ້ຄວາມປະທັບໃຈໃນປະເທດລາວແບບນີ້…

ແບ່ງປັນ

ເປັນອີກໜຶ່ງສິນລະປິນຈາກປະເທດເພື່ອນບ້ານທີ່ເດີນທາງມາຢ້ຽມຢາມ ປະເທດລາວ, ສີຣິຕ້າ ເຈັນເຊັນ ນັກສະແດງສາວຊື່ດັງຈາກປະເທດໄທ ກໍໄດ້ເດີນທາງມາຢ້ຽມຢາມ ທີ່ນະຄອນຫຼວງວຽງຈັນ ພ້ອມມີໂອກາດໄດ້ນຸ່ງຊຸດໄໝລາວ ທັງເກົ້າຜົມ-ບ່ຽງແພ ຈົນເຮັດໃຫ້ສາວຄົນນີ້ເກີດຄວາມປະທັບໃຈ ຈົນອົດບໍ່ໄດ້ທີ່ຈະອອກມາໂພສຜ່ານ ອິນສະຕາແກຣມສ່ວນຕົວໃຫ້ແຟນໆໄດ້ຮູ້ວ່າ:

“ມີໂອກາດໄດ້ມາຢ້ຽມຍາມທີ່ ນະຄອນຫຼວງວຽງຈັນ ງານເປີດຫ້າງສັບພະສິນຄ້າທາດຫຼວງພຣ່າຊ່າ ຣິຕາ ປະທັບໃຈຫຼາຍ ຂອບໃຈທີ່ຕັດຊຸດໃຫ້ຣິຕ້າເປັນພິເສດ ງົດງາມຫຼາຍໆ, ຖ້າມີໂອກາດຈະໄປທ່ຽວທີ່ລາວ #ສະບາຍດີ”

ສຳລັບ ສີຣິຕ້າ ເຈັນເຊັນ ເປັນນັກສະແດງຊື່ດັງຂອງປະເທດໄທ ມີຄົນຕິດຕາມໃນ ອິນສະຕາແກຣມ ກວ່າ 2,5 ລ້ານຄົນ ພໍນາງໂພສແບບນີ້ເຮັດໃຫ້ມີບັນດາແຟນຄລັບເຂົ້າມາສະແດງຄວາມຄິດເຫັນ ແລະ ຢາກເດີນທາງມາທ່ອງທ່ຽວປະເທດລາວເຮົາຢ່າງຫຼວງຫຼາຍ.

ປັດຈຸບັນ ສີຣິຕ້າ ເຈັນເຊັນ ໄດ້ເດີນທາງກັບເປັນທີ່ຮຽບຮ້ອຍແລ້ວ, ເທື່ອໜ້າກໍຢ່າລືມມາຢ້ຽມຢາມທ່ອງທ່ຽວປະເທດລາວໃໝ່ເດີ້.

“Welcome to Laos”

ຮູບພາບ: ig/sriritajensen

ແບ່ງປັນ