Breaking News

ເຊຍ!!! ຕິກນໍ້າ ກະດຸມເພັດ ໃນເວທີນາງງາມໂລກ (Miss World 2018) ຢູ່ທີ່ ສປ ຈີນ

ແບ່ງປັນ

ຄຶກຄື້ນ ຄຶກຄັກກັບເວທີນາງງາມບ້ານເຮົາ ຕ້ອງບອກວ່າເປັນອີກໜຶ່ງສາວງາມທີ່ມີແຟນໆນາງງາມໃຫ້ການຕິດຕາມ ແລະ ສົ່ງກຳລັງໃຈໃຫ້ຢ່າງຫຼວງຫຼາຍ ສຳລັບ ກະດຸມເພັດ ໄຊຍະວົງ (ຕິກນໍ້າ) Miss World Laos 2018 ທີ່ຫຼ້າສຸດເດີນທາງເຮັດໜ້າທີ່ເປັນຕົວແທນສາວງາມຈາກປະເທດລາວເພື່ອໄປປະກວດໃນເວທີ Miss World 2018 ຢູ່ທີ່ ສປ ຈີນ ຕັ້ງແຕ່ຊ່ວງທ້າຍອາທິດທີ່ຜ່ານມາ…

ແລະ ສາວ ຕິກນໍ້າ ກະດຸມເພັດ ກໍຍັງຂໍກຳລັງໃຈຈາກພໍ່ແມ່ພີ່ນ້ອງຊາວລາວ ພ້ອມທັງໂພສຮູບພາບຜ່ານເຟສບຸກສ່ວນຕົວ ສົ່ງຂ່າວໃຫ້ແຟນໆໄດ້ອັບເດດກັນເປັນໄລຍະໆ.

ປັດຈຸບັນ ຕິກນໍ້າ ກະດຸມເພັດ Miss World Laos 2018 ກຳລັງດຳເນີນເຮັດກິດຈະກຳກັບສາວງາມທີ່ມາຈາກຫຼາຍປະເທດທົ່ວໂລກ.

ຢ່າງໃດກໍຢ່າລືມເປັນກຳລັງໃຈໃຫ້ສາວງາມຕົວແທນປະເທດລາວໃນການປະກວດເວທີລະດັບໂລກ Miss World 2018 ຢູ່ທີ່ ສປ ຈີນ  ແລະ ຈະມີຮອບຕັດສິນໃນວັນທີ 8 ທັນວາ 2018 ນີ້ ເຮົາຄົນລາວກໍຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ #ຮັກລາວເຊຍລາວ ??  

#ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ??????

ຮູບພາບ: FB/TiikNam Xaiyavong

ແບ່ງປັນ