Breaking News

ງົດງາມຫຼາຍ! ຄຣິດຕິນ້າ-ສີຣິຕ້າ ຄົນບັນເທີງຈາກສອງຝັ່ງຂອງ ຮ່ວມເຟມໃນຊຸດໄໝລາວ

ແບ່ງປັນ

ເບິ່ງແລ້ວເປັນມິດຕໍ່ສາຍຕາ… ງົດງາມຫຼາຍໆ…ບໍ່ເວົ້າເຖິງບໍ່ໄດ້ເລີຍເດີ້ສຳລັບຮູບພາບທີ່ກຳລັງເປັນກະແສໃນເວລານີ້ ນັ້ນກໍຄືຄົນບັນເທີງຈາກສອງຝັ່ງຂອງບໍ່ວ່າຈະເປັນ ຄຣິດຕິນ້າ ລາສະສິມມາ (Miss Laos 2012) ແລະ ສີຣິຕ້າ ເຈັນເຊັນ ນັກສະແດງຊື່ດັງຈາກປະເທດໄທ ທີ່ງານນີ້ມາໃນລຸກສາວລາວ ນຸ່ງສິ້ນໄໝ-ເກົ້າຜົມບ່ຽງແພໃນແບບສາວ ນະຄອນຫຼວງພະບາງ, ໂອ້ຍ!!! ເຫັນແລ້ວກໍອົດໃຈທີ່ຈະອຸທານອອກມາວ່າ “ງົດງາມຫຼາຍໆ” ບໍ່ໄດ້ອີ່ຫລີ!!!

ຍິ່ງທັງສອງໄດ້ມາຮ່ວມເຟມຖ່າຍຮູບຮ່ວມກັນ ຍິ່ງເບິ່ງແລ້ວຍິ່ງງົດງາມ ບໍ່ວ່າຈະເປັນສາວລາວ ຫຼື ສາວໄທ ກໍບໍ່ມີໃຜເປັນຮອງໃຜກັນເລີຍ, ບໍ່ເຊື່ອລອງເບິ່ງກັນເອງເລີຍເດີ້…ຊຸດໄໝລາວໃຜໃສ່ກໍ່ງາມແທ້ໆ!!!

ເບິ່ງແລ້ວເປັນແນວໃດງົດງາມສົມກັບທີ່ ຊະນີIndy ຍ້ອງກັນແດ່ບໍ່ ແຟນໆເດເບິ່ງແລ້ວວ່າແນວໃດ??? ສອງສາວ ລາວ-ໄທ ໃນຊຸດໄໝລາວເປັນແນວໃດແດ່? ຄອມເມັ້ນບອກກັນແດ່ເດີ້ແຟນໆ!!!

ທີ່ມາຮູບພາບ: FB/Christina Lasasimma , IG/sriritajensen

ແບ່ງປັນ