Breaking News

ເປີດຕົວຢ່າງຍິ່ງໃຫຍ່ ໃນລາວ Huawei Mate20 ແລະ Mate20Pro

ແບ່ງປັນ

ຫົວເຫວີຍນຳສະເໜີສະມາດໂຟນ ສຸດຍອດຄວາມສະຫຼາດດ້ວຍ AI ທີ່ເໜືອກວ່າ. ໃນວັນທີ 11 ພະຈິກ 2018 ທີ່ຜ່ານມາ, ຢູ່ທີ່ສູນການຄ້າວຽງຈັນເຊັນເຕີ້,  ຫົວເຫວີຍໄດ້ຈັດ ງານເປີດຕົວ ແລະ ຈໍາໜ່າຍ HUAWEI Mate20’’ ແລະ ‘’HUAWEI Mate 20 Pro ຢ່າງເປັນທາງການໃນລາວ;  ດ້ວຍຈຸດເດັ່ນຂອງສະມາດໂຟນທັງ 2 ລຸ້ນນີ້ກໍຄື: ຂຸມພະລັງຊິບເຊັດ Kirin 980 ທີ່ຜະລິດຈາກຂະບວນການຜະລິດ 7 ນາໂນເມດຕົວທຳອິດຂອງໂລກແລະມາພ້ອມກ້ອງຫຼັງ 3 ຕົວໃໝ່ຂອງໄລກ້າທີ່ຈັດລຽງຢູ່ໃນກອບ 4 ຫຼ່ຽມຈະຕຸລັດ.

ພາຍໃນງານທາງຫົວເຫວີຍຍັງໄດ້ຈັດໃຫ້ລູກຄ້າໄດ້ສໍາຜັດປະສົບການແລະທົດລອງນະວັດຕະກຳໃໝ່ໆທີ່ລ້ຳສະໄໝໃນ Huawei Mate20 ແລະ Mate 20 Pro ຢ່າງເຕັມທີ່ດ້ວຍ Experience zone ທີ່ສ້າງສຽງຮືຮາແລະ ສ້າງຄວາມຕື່ນເຕັ້ນໃຫ້ກັບຜູ້ມາຮ່ວມງານເປັນຢ່າງດີກັບນະວັດຕະກຳໃໝ່ໆ.

ພາຍໃນງານຍັງໄດ້ມີການສຳພາດພິເສດຈາກ ໂຈໂຈ້ ມິຣາໂຄ ຜູ້ກຳກັບໜຸ່ມໄຟແຮງທີ່ມີຊື່ສຽງໃນລາວ ທີ່ໄດ້ມາຮ່ວມເລົ່າປະສົບການໃນການໃຊ້ສະມາດໂຟນ Huawei Mate20Pro ໃນການຖ່າຍຮູບ ແລະ ຖ່າຍວິດີໂອ, ພ້ອມທັງເປີດວິດີໂອທີ່ຖ່າຍທຳພິເສດຈາກໂໝດ AI Cinema ເຊິ່ງມີພີເຊັນເຕີ້ຄົນດັງຂອງຫົວເຫວີຍ ແອນນິຕ້າ ມາຮ່ວມເປັນນາງເອກນຳອີກ.

ທ່ານນາງ ຊັດນີ ສໍາອາງເນດ ຮອງຜູ້ອໍານວຍການ ແລະ ຜູ້ຈັດການຝ່າຍການຕະຫຼາດຫົວເຫວີຍ ຄອນຊູເມີ້ບິສສິເນສກຣຸບ ປະເທດລາວກ່າວວ່າ:  Huawei Mate20 ແລະ Mate20Pro ເປັນກຸ່ມສິນຄ້າໃນລຸ້ນແຟັກຊິບ(flagship) ຖືໄດ້ວ່າເປັນລຸ້ນ Hi-end ທີ່ສຸດຂອງກຸ່ມຜະລິດຕະພັນຂອງຫົວເຫວີຍ ເປັນສະມາດໂຟນທີ່ມີສະເປັກທີ່ຄົບເຄື່ອງໃນເລື່ອງຂອງເທັກໂນໂລຢີນະວັດຕະກຳໃໝ່ໆທີ່ລ້ຳສະໄໝ, ການອອກແບບໂຕເຄື່ອງທີ່ສວຍງາມ ແລະ ຕອບໂຈດການໃຊ້ງານໃນຊີວິດປະຈຳວັນຂອງຄົນລຸ້ນໃໝ່ໄດ້ເປັນຢ່າງດີບໍ່ວ່າຈະເປັນຜູ້ທີ່ມັກຮັກໃນການຖ່າຍຮູບສາມາດໃຊ້ງານໄດ້ໝົດມື້ໂດຍບໍ່ຕ້ອງກັງວົນເລື່ອງແບັດເຕີຣີ ແລະ ສາກແບັດໄດ້ໄວບໍ່ຕ້ອງຖ້າດົນ ແລະ ມີ AI ທີ່ເຂົ້າມາຊ່ວຍໃຫ້ຊີວິດເຮົາງ່າຍ ແລະ ສະດວກຫຼາຍຂຶ້ນ.

Huawei Mate20 ແລະ Mate20Pro ມີການອອກແບບຂອງຕົວເຄື່ອງດ້ານຫຼັງແບບ Hyper Optical Pattern ທີ່ສະທ້ອນແສງໄລ່ສີສັນໄດ້ຢ່າງສວຍງາມມາພ້ອມກ້ອງຫຼັງ 3 ຕົວໃໝ່ຈາກໄລກ້າຊຶ່ງທັງ 3 ກ້ອງໃນລຸ້ນຂອງ Huawei Mate20 Pro.

ສະຫຼາດດ້ວຍ AI ເຊິ່ງ Huawei Mate20 ແລະ Mate20Pro ມີເທັກໂນໂລຢີ Hi Vision ທີ່ຈະເຮັດໃຫ້ການຄົ້ນຫາສິ່ງຂອງຕ່າງໆລວມໄປເຖິງຂໍ້ມູນຕ່າງໆເຮັດໄດ້ຢ່າງງ່າຍດາຍພຽງແຕ່ຍົກກ້ອງໄປສ່ອງສິ່ງນັ້ນຈະຮູ້ໄດ້ທັນທີ, ຫາກເປັນສະຖານທີ່ສຳຄັນທີ່ເປັນແລນມາກຕົວກ້ອງຈະສະແດງຂໍ້ມູນຊື່ສະຖານທີ່, ຄຳອະທິບາຍກ່ຽວກັບສະຖານທີ່ນັ້ນໆແລະສາມາດຄຣິກເຂົ້າໄປເບິ່ງລາຍລະອຽດເພີ່ມຕື່ມໄດ້ອີກດ້ວຍແລະສຳລັບດ້ານສຸຂະພາບຍັງບອກແຄວລໍລີ້ອາຫານທີ່ທານຢາກຮູ້ພຽງຍົກກ້ອງໄປຍັງໝາກໄມ້ຫຼືອາຫານກ້ອງຈະເຮັດການກວດຈັບແລະຄົ້ນຫາວ່າສິ່ງນັ້ນຄືຫຍັງພ້ອມກັບສະແດງປະລິມານແຄວລໍລີ້ຂອງໝາກໄມ້, ອາຫານຈານນັ້ນໆໄດ້ອີກດ້ວຍ.

ນອກຈາກນີ້ໄດ້ຮັບການອັບເກຣດແບັດເຕີຣີ່ Huawei Mate20 ເປັນ 4,000 mAhແລະ Mate20Pro ເປັນ 4,200 mAh, ທີ່ໃຊ້ເວລາພຽງ 30 ນາທີໃນການສາກແບັດຈາກ 0 ໄປເຖິງ 70% ແລະທີ່ສຳຄັນ Huawei Mate20Pro ມີລູກຫລິ້ນ Reverse Charge ປ່ຽນສະມາດໂຟນໃຫ້ກາຍເປັນແບັດເສີມແບບໄຮ້ສາຍໃຫ້ກັບສະມາດໂຟນເຄື່ອງອື່ນທີ່ຮອງຮັບເຕັກໂນໂລຢີນີ້ໂດຍບໍ່ຈຳກັດວ່າຈະເປັນ ISO ຫຼື Android ແລະ ເອົາໃຈຄົນເຮັດວຽກຍຸກໃໝ່ທີ່ຕ້ອງມີການນຳສະເໜີວຽກງານຢູ່ຕະຫຼາດດ້ວຍ PC Mode ທີ່ໄດ້ຮັບການພັດທະນາໄປອີກຂັ້ນໂດຍບໍ່ຕ້ອງໃຊ້ສາຍເຊື່ອມຕໍ່ເຮັດໃຫ້ສະດວກແລະສາມາດເຊື່ອມຕໍ່ກັບໜ້າຈໍທີ່ຮອງຮັບ Miracast ແບບໄຮ້ສາຍໂດຍເມື່ອເຊື່ອມຕໍ່ກັບໜ້າຈໍພາຍນອກແລ້ວໜ້າຈໍຂອງ Huawei Mate20 ແລະ Mate20Pro ຍັງສາມາດປ່ຽນເປັນ Touchpad ສຳລັບເລື່ອນຄວບຄຸມເມົ້າໄດ້ອີກດ້ວຍແລະ Wireless Projection ໃຊ້ງານແບບ PC Mode ໃຫ້ທ່ານສາມາດສາຍພາບພີເຊັ້ນເທຊັ່ນ, ເກມຫຼືວິດີໂອໄປຍັງຈໍຮັບຂະໜາດໃຫຍ່ໄດ້ທັນທີແບບໄຮ້ສາຍແລະຍັງໃຫ້ທ່ານສົ່ງຂໍ້ຄວາມຫຼືໂທອອກໄດ້ແບບສ່ວນຕົວໄປພ້ອມກັນ.

ສໍາລັບໃນປະເທດລາວວາງຈໍາໜ່າຍໃນລຸ້ນ Huawei Mate20 ລາຄາ 5,690,000 ກີບແລະ Mate20Pro ລາຄາ 7,690,000 ກີບ. ທັງ 2 ລຸ້ນມາພ້ອມ RAM 6GB, ໜ່ວຍຄວາມຈຳພາຍໃນ 128 GB ໂດຍສີທີ່ເປີດຈຳໜ່າຍຈະເປັນສີງາມສົດໃສຮັບແຮງບັນດານໃຈຈາກທຳມະຊາດໄດ້ແກ່: ສີໃໝ່ລ່າສຸດຂຽວ Emerald Green, ດໍາ Classic Black (ໃນ Mate 20Pro), ສີ Twilight ອັນໂດດເດັ່ນ, ສີຟ້ານ້ຳເງິນ Midnight Blue (ໃນ Mate 20)  ໂດຍເລີ່ມວາງຈຳໜ່າຍທົ່ວປະເທດໃນວັນທີ 11 ພະຈິກ 2018 ທີ່ຮ້ານຕົວແທນຈຳໜ່າຍກວ່າ 500 ຮ້ານ, ໂປຣໂມຊັ່ນພິເສດຮັບຟີຣເຄື່ອງຊັ່ງນໍ້າໜັກເພື່ອສຸຂະພາບມູນຄ່າ 800,000 ກີບ.

ແບ່ງປັນ