Breaking News

ຢາກເບິ່ງແລ້ວວວ!! ລູກນໍ້າ ສະແດງລະຄອນຄັ້ງທຳອິດໃນ “ສິ້ນລາຍຫົງ” ລະຄອນຂອງປະເທດເພື່ອນບ້ານ

ແບ່ງປັນ

ມາອັບເດດຜົນງານຂອງສາວ ລູກນໍ້າ ທິດາລັດ ວົງສິລິ ນັກສະແດງສາວຊື່ດັງຂອງບ້ານເຮົາ ທີ່ຫຼ້າສຸດອອກມາໂພສຜ່ານເຟສບຸກສ່ວນຕົວໃຫ້ບັນດາແຟນຄລັບທັງຫຼາຍໄດ້ຕິດຕາມວ່ານາງໄດ້ຮ່ວມສະແດງໃນລະຄອນເລື່ອງ “ສິ້ນລາຍຫົງ” ເປັນລະຄອນຈາກປະເທດເພື່ອນບ້ານ ຈະອອກອາກາດໃນວັນທີ 13 ພະຈິກ 2018 ນີ້ທາງໂທລະພາບຊ່ອງ 8 (ປະເທດໄທ).

ເຊິ່ງລະຄອນເລື່ອງນີ້ ລູກນ້ຳ ທິດາລັດ ໄດ້ຮັບບົດ ແມ່ເຈົ້າດາລາໄລ ຄູ່ຮັກຄົນໃຫມ່ຂອງ ພະຂັດຕິຍະລາດສະມັງກູນ ເປັນຜູ້ດີເຊື້ອສາຍເຈົ້າ ລາວ ຫລວງພະບາງ ເຮັດໜ້າທີ່ເປັນແມ່ລ້ຽງດູອັງກູນຢ່າງສົມບູນ ເປັນທີ່ຮັກ ແລະ ສະໜິດໃຈຂອງອັງກູນ ທ່ານນາງເປັນຄົນມີທຳມະ ຈິດໃຂເຂັ້ມແຂງ ບໍ່ຢ້ານໃນອຳນາດຄວາມຮ້າຍກາດຂອງສະອາງ.

(ຕົວຢ່າງລະຄອນ)

#ซิ่นลายหงส์ | ความรัก ต้องห้าม ที่ไม่สามารถครอบครองได้ เริ่ม 13 พ.ย.นี้ ทางช่อง8

ความรักต้องห้าม ที่ไม่สามารถครอบครองได้ คำสาปแช่งถูกส่งต่อโดยผ้าซิ่นลายหงส์ จากรุ่นสู่รุ่น ความอาฆาตที่ไม่มีวันลบเลือน ละครฟอร์มยักษ์กับนักแสดงมากฝีมือ พร้อมประชันความแซ่บ #ซิ่นลายหงส์ เริ่มตอนแรก อังคารที่ 13 พ.ย.นี้ เวลา 18.45 น. ทาง #ช่อง8

Posted by ช่อง8 on Monday, November 5, 2018

ເປັນແນວໃດຮູ້ສຶກຢາກເບິ່ງແລ້ວແມ່ນບໍ່??? ຢ່າລືມຕິດຕາມເປັນກຳລັງໃຈໃຫ້ນັກສະແດງຈາກລາວເຮົາ ແລະ ເປັນການຝາກຜົນງານດ້ານລະຄອນເທື່ອທຳອິດຂອງ ລູກນໍ້າ ທິດາລັດ ວົງສິລິ ອີກດ້ວຍ ຝາກເປັນກຳລັງໃຈໃຫ້ນາງກັນຫຼາຍໆເດີ້ແຟນໆ.

ທີ່ມາ: FB/Louknum Vongsili

ແບ່ງປັນ