Breaking News

ມາແຮງງງງ! ຈົນຢຸດບໍ່ຢູ່ ເພງ “ຄົນເຫັນແກ່ໂຕ” ກິນໃຈຫຼາຍຄົນປ່ອຍບໍ່ພໍເທົ່າໃດ ຍອດວິວທະລຸແສນ!!!

ແບ່ງປັນ

ໂອ້ຍ ໂອ້ຍ ໂອ້ຍຍຍ…ເວລານີ້ມາແຮງຢຸດບໍ່ຢູ່ອີ່ຫລີສຳລັບເພງ “ຄົນເຫັນແກ່ໂຕ” ຂອງນັກຮ້ອງນ້ອງໃໝ່ແຫ່ງວົງການບັນເທິງບ້ານເຮົາ ນ້ອງ ກະຕ່າຍ pepsi ພຽງແຕ່ປ່ອຍ Music Video ຜ່ານເພສ ໂກດັງ Go-DunK ໃຫ້ແຟນໆໄດ້ເບິ່ງກັນບໍ່ພໍຂ້າມຄືນກໍເຮັດໃຫ້ມີຍອດກົດໄລ້ ກົດແຊຣ ຈຳນວນຫຼາຍ ແລະ ຍອດວິວທະລຸແສນກວ່າວິວໄປແລ້ວໃນເວລານີ້ ແລະ ຄາດວ່າຈະເພີ່ມຂຶ້ນເລື້ອຍໆ…

ສຳລັບເພງ “ຄົນເຫັນແກ່ໂຕ” ມີເນື້ອຫາໂດນໃຈຄົນໃນຍຸກປັດຈຸບັນ ເພງນີ້ຂຽນຂື້ນມາຈາກປະສົບການຈິງຂອງຜູ້ຊາຍຄົນໜຶ່ງ ທີ່ມີຄວາມຄິດເປັນຂອງໂຕເອງສູງ ໝັ້ນໃຈໃນການຕັດສິນໃຈຂອງໂຕເອງສູງ ຄິດແຕ່ວ່າໂຕເອງຖືກໂຕເອງເກັ່ງ ທັງໆທີ່ໂຕເອງເຮັດຜິດ ຍັງໝັ້ນໃຈ ແລະ ເຊື່ອວ່າໂຕເອງຖືກ ຍ້ອນເຂົາຄົນນັ້ນຄິດວ່າ ມັນເປັນເລື້ອງປົກກະຕິຂອງຜູ້ຊາຍທີ່ລົມສາວພ້ອມກັນສອງຄົນ ສາມຄົນໄດ້ ຈົນບໍ່ຄິດ ແລະ ບໍ່ແຄຄວາມຮູ້ສຶກຂອງຄົນທີ່ຮັກເຮົາເລີຍ ວ່າຄົນຄົນນັ້ນຈະເປັນຈັ່ງໃດ ທີ່ຕ້ອງເຈີກັບເລື້ອງແບບນີ້ ສຸດທ້າຍກວ່າຊິຄິດໄດ້ວ່າໂຕເອງເປັນ “ຄົນເຫັນແກ່ໂຕ” ມັນກະອາດຈະຊ້າເກີນໄປ ແລະ ອາດຈະເຖິງຂັ້ນເຮັດໃຫ້ຕົນເສຍຄວາມຮັກ ທີ່ຈິງໃຈໃນທີ່ສຸດ,ຂໍຝາກຜົນງານເພງນີ້ໃຫ້ກັບທຸກຄົນໂດຍສະເພາະຜູ້ຊາຍ ເພື່ອທີ່ໄດ້ຟັງແລ້ວຈະເບິ່ງເຫັນຄຸນຄ່າຂອງຄວາມຮັກດີໆຈາກຜູ້ຍິງຂອງທ່ານເອງ.

ຢ່າງໃດກໍຂໍຝາກສະໜັບສະໜູນບົດເພງລາວເຮົາດ້ວຍການກົດໄລ້ ກົດແຊຣກັນໄປຫຼາຍໆແດ່ເດີ້ແຟນໆ!!!

ແບ່ງປັນ