Breaking News

ເປີດວາຟ! ອອນອະນົງ ຫອມສົມບັດ Miss Universe Laos 2018 ດີກຼີນັກຮຽນນອກ (ບອກເລີຍໂປຟາຍບໍ່ທຳມະດາ)

ແບ່ງປັນ

ເປັນກະແສໃຫ້ຊາວເນັດໄດ້ສະແດງຄວາມຄິດເຫັນກັນແບບລົວໆ ຫຼ້າສຸດຄົນລາວທົ່ວປະເທດກໍ່ໄດ້ຮູ້ກັນແລ້ວວ່າ Miss Universe Laos 2018 ໃນປີ້ນີ້ກໍ່ຄື ອອນອະນົງ ຫອມສົມບັດ (ອອນ) ອາຍຸ 23 ປີ ລວງສູງ 171 ຊັງຕີແມັດ ທີ່ໄດ້ເດີນທາງໄປເປັນຕົວແທນແມ່ຍິງລາວໃນການປະກວດ ນາງງາມຈັກກະວານ (Miss Universe 2018) ທີ່ປີນີ້ພິເສດສຸດໆ ເພາະຈັດຂຶ້ນທີ່ປະເທດເພື່ອນບ້ານ (ປະເທດໄທ).

ເຫັນແຟນໆຫຼາຍທ່ານທັກເຂົ້າມາຫາ ຊະນີIndy ວ່າຢາກຮູ້ຈັກ Miss Universe Laos 2018  ດັ່ງນັ້ນ…ບໍ່ຊ້າເດີ້ ໃນມື້ນີ້ເຮົາຈະມາອັບເດດໂປຟາຍ ຊ໋ອກແຊັກເລື່ອງລາວຂອງ ອອນອະນົງ ຫອມສົມບັດ Miss Universe Laos 2018 ກັບແບບ exclusive!!!

***ຊ່ວຍແນະນຳຕົວເອງໃຫ້ແຟນໆໄດ້ຮູ້ຈັກແດ່…

ອອນ: ສະບາຍດີ ນ້ອງມີຊື່ວ່າ ອອນອານົງ ຫອມສົມບັດ, ອາຍຸ23ປີ,  ຈົບການສຶກສາ ລະດັບປະລິນຍາຕີ ສາຂາພົວພັນສາກົນ ທີ່ປະເທດຮົງກາລີ. ສາມາດເວົ້າໃດ້3 ພາສາ ລາວ,ໄທ,ອັງກິດ. ຕັ່ງແຕ່ ຍັງນ້ອຍ ໂດຍສ່ວນໂຕເປັນຄົນມັກເຮັດກິດຈະກຳ, ຕອນ ອາຍຸ16ປີ ນ້ອງເຄີຍເຂົ້າຮວ່ມທຶນແລກປ່ຽນທາງດ້ານວັດທະນາທຳ ແລະ ພັດທະນາຄວາມເປັນຜູ້ນຳທີ່ ສະຫະລັດອາເມລິກາເປັນເວລາ1ເດືອນ

ຫລັງຈາກນັ້ນນ້ອງກໍໃດ້ເປັນໂຕແທນນັກຮຽນລາວເຂົ້າຮວ່ມໂຄງການ JENESYs ເຊິ່ງເປັນ ໂຄງການແລກປ່ຽນວັດທະນາທຳ ແລະ ຄວາມຮູ້ດ້ານການຮັກສາສິ່ງແວດລ້ອມ ລະຫວ່າງຊາວໜຸ່ມລາວ ແລະ ຍີ່ປຸ່ນ ເປັນເວລາ1ເດືອນທີ່ເມືອງໂຕກຽວ ປະເທດຍີ່ປຸ່ນ, ຕໍ່ມານ້ອງກໍໄດ້ມີໂອກາດເປັນໂຕແທນໄວໜຸ່ມລາວເຂົ້າຮວ່ມກອງປະຊຸມຜູ້ນຳໄວໜຸ່ມຂອງອາຊຽນ ແລະ ອາເມລິກາ ທີ່ຈັດຂຶ້ນໃນປະເທດອິນໂດເນເຊຍ. ຫຼັງຈາກນັ້ນນ້ອງກໍສາມາດເສັງໄດ້ເປັນຕົວແທນຊາວໜຸ່ມລາວເຂົ້າຮ່ວມໂຄງການຊາວໜຸ່ມເດີນທະເລ ກັບ ຊາວໜຸ່ມສິບປະເທດອາຊຽນ ແລະ ຍີ່ປຸ່ນ. ຕໍ່ມາໃນປີ 2014 ນ້ອງກໍໄດ້ມີໂອກາດ ເຂົ້າຮ່ວມການເຝິກອົບຮົບແນວຄິດສ້າງສັນໃນການພັດທະນາ ທີ່ປະເທດມາເລເຊຍ ໂດຍມີ ທ່ານປະທານາທິບໍດີ ບາຣັກ ໂອບາມາ ເປັນຜູ້ໃຫ້ກຽດກ່າວ ຄຳປະຖະກະຖາ, ນ້ອງໃດ້ມີໂອກາດໄດ້ເຂົ້າຮັບຟັງ ແລະເປັນກຽດຈັບມືທັກທາຍນຳເພິ່ນອີກດ້ວຍ…

ຈາກການເຝິກອົບຮົມໄລຍະສັ້ນ ນ້ອງພອ້ມດວ້ຍໜູ່ຮວ່ມກຸ່ມອີກ4 ຄົນຈາກປະເທດອາຊຽນ ສາມາດຍາດເອົາລາງວັນທີ່ໜຶ່ງໃນການຄິດຄົ້ນແບບການພັດທະນະດີເດັ່ນໃນດ້ານການສົ່ງເສີມເສດຖະກິດທ້ອງຖິ່ນ. ຫຼັງຈາກນັ້ນ ນ້ອງກໍໄດ້ຮັບທຶນການສຶກສາລະດັບປະລິນຍາຕີ ໂດຍລັດຖະບານຮົງກາລີເພື່ອໄປສຶກສາຕໍ່ທີ່ ທະວີບເອີຣົບ.

ໃນຊວ່ງທີ່ນ້ອງສຶກສາຢູ່ທີ່ປະເທດຮົງກາລີ ນ້ອງກໍໃດ້ມີໂອກາດເປັນຕົວແທນນັກຮງນ ແລະ ຊາວໜຸ່ມລາວເຂົ້າຮວ່ມຫຼາກຫຼາຍກອງປະຊຸມ ແລະ ກິດຈະກຳແລກປ່ຽນຄວາມຮູ້ຄວາມສາມາດ ແລະ ຄວາມຄິດເຫັນໃນຫຼາຍໆ ຫົວຂໍ້ບັນຫາ ບໍ່ວ່າຈະເປັນ ໃນເລື່ອງບັນຫາກ່ຽວກັບຜູ້ອົບພະຍົບ ແລະ ສິດທິມະນຸດ, ພົ້ນເດັ່ນທີ່ສຸດໃນນັ້ນແມ່ນນ້ອງໃດ້ເປັນຕົວແທນນັກຮຽນລາວຄົນທຳອິດທີ່ເຂົ້າຮວ່ມການແລກປ່ຽນ ແລະ ສົນທະນາບັນຫາຄວາມເທົ່າທຽມຂອງສັງຄົມ ຈັດຂຶ້ນໂດຍໂຄງການນັກຮຽນນານາຊາດທີ່ໃຫຍ່ທີ່ສຸດໃນໂລກ ເຊິ່ງແມ່ນປະເທດນໍເວຍເປັນເຈົ້າພາບ. 

***ໄດ້ແນະນຳຕົວເອງໃຫ້ແຟນໆໄດ້ຮູ້ຈັກແລ້ວວວ ສຸດທ້າຍນີ້ມີຫຍັງຈະຝາກທ້າຍແດ່ບໍ່???

ອອນ: ສຸດທ້າຍນີ້ແມ່ນນ້ອງຢາກຂອບໃຈທຸກໆຄົນທີ່ເປັນກຳລັງໃຈໃຫ້ນ້ອງ ບໍ່ວ່າຈະເປັນໝູ່ເພື່ອນ,ຄອບຄົວ, ອ້າຍ, ເອື້ອຍ, ນ້ອງ ພ້ອມທັງຄູບາອາຈານ ພ້ອມທັງຄົນລາວທຸກໆຄົນ ທີ່ໃຫ້ຄຳເແນະນຳ ແລະ ເປັນກຳລັງໃຈດີໆໃຫ້. ຢາກໃຫ້ທຸກຄົນຮູ້ວ່າຖ້ານ້ອງປະສົບຜົນສຳເລັດ ທຸກໆຄົນແມ່ນມີບົດບາດໃນຄວາມສຳເລັດນັ້ນເຊັ່ນດຽວກັນ ແລະ ນ້ອງຍັງຢາກຝາກເປັນກຳລັງໃຈໃຫ້ທຸກໆຄົນຜູ້ທີ່ມີຄວາມຝັນ ຫຼື ຄວາມຫວັງທີ່ຈະເຮັດສິ່ງໃດໜຶ່ງບໍ່ວ່າຈະເປັນເລື່ອງການຮຽນ, ວຽກງານ ຫຼື ການຄ້າຂາຍ, ໃຫ້ຕັ້ງໜ້າສູ້ຕໍ່ໄປ. ບໍ່ມີສິ່ງໃດທີ່ເກີນໄປກວ່າຄວາມອົດທົນ ແລະ ຄວາມຕັ້ງໃຈຂອງເຮົາ. ຖ້າເຮົາບໍ່ເຄີຍຮູ້ລົດຊາດຂອງຄວາມຜິດຫວັງ ເຮົາກໍຄົງຈະບໍ່ມີວັນໃດ້ຮູ້ວ່າການປະສົບຜົນສຳເລັດດວ້ຍເຫື່ອແຮງຂອງຕົວເຮົາເອງນັ້ນຄຸ້ມຄ່າພຽງໃດ.

(ບອກເລີຍໂປຟາຍບໍ່ທຳມະດາອີ່ຫລີສາວຄົນນີ້ ແຖມໄດ້ຮູ້ຈັກຍິ່ງຫຼົງຮັກ ນອກຈາກຈະງົດງາມທາງດ້ານໜ້າຕາ ຮູບຮ່າງແລ້ວ ຍັງເປັນຄົນທີ່ມີທັດສະນະຄະຕິ ແລະ ການໃຊ້ຊີວິດດີຫຼາຍ)

ປັດຈຸບັນ ນ້ອງ ອອນ ກຳລັງຢູ່ໃນຊ່ວງເກັບຕົວ ແລະ ເຮັດກິດຈະກຳຮ່ວມກັບກອງປະກວດ Miss Universe 2018, ຢ່າງໃດກໍຢ່າລືມເປັນກຳລັງໃຈໃຫ້ ອອນອະນົງ ຫອມສົມບັດ Miss Universe Laos 2018 ສາວງາມຕົວແທນປະເທດລາວໃນການປະກວດນາງງາມຈັກກະວານ (Miss Universe 2018) ແລະ ການປະກວດຈະມີຮອບຕັດສິນໃນວັນທີ 16 ທັນວາ 2018 ນີ້… #ຮັກລາວເຊຍລາວ ?? 

#ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ??????

ຂໍຂອບໃຈສຳລັບຮູບພາບ:On-anong Homsombath , target magazine, Miss Universe Laos ມີສຢູນີເວີຣສ ລາວ

ແບ່ງປັນ