Breaking News

ຕ່າງຊາດຕ້ອງຮ້ອງ ”Wow’ ພ້ອມຕົບມືລົວໆໆ ກັບການສະແດງຂອງນາງງາມລາວ ທີ່ປະເທດ ໂປແລນ (ງານນີ້ມີລຸ້ນຕິດ Top5 ຂື້ນໂຊຮອບ Final)

ແບ່ງປັນ

ຕ່າງຊາດຕ້ອງຮ້ອງ ”Wow’ ພ້ອມຕົບມືລົວໆໆ… ສັນທະນີ ໃສມະນີວັນ (ຢຸ້ຍ) Miss Supranational Laos 2018 ສາວງາມຕົວແທນ ປະເທດ ລາວ ຂື້ນສະແດງຄວາມສາມາດ ໃນບົດຟ້ອນພື້ນເມືອງລາວ “ດວງຈຳປາ” ໃນຮອບສະແດງຄວາມສາມາດພິເສດ ທີ່ເວທີ Miss Supranational 2018  ທີ່ ປະເທດ ໂປແລນ, ພ້ອມລຸ້ນຕິດ Top5 ການສະແດງທີ່ຈະໄດ້ຂື້ນໂຊເທິງເວທີໃຫ່ຍໃນຮອບຕັດສິນອີກດ້ວຍ.

(ມີຄລິບການສະແດງ)

ມາແລ້ວວີດີໂອ Talent​ Simifinal​ of​ Miss​Supranational​ 2018ບໍ່ຮູ້ຈະໄດ້ຕິດ Top5​ ທີ່ຈະໄດ້ຂື້ນໂຊເທິງເວທີໃຫ່ຍ(ຫວັງວ່າຂໍໃຫ້ໄດ້ຕິດ ເພາະປີ2015ທີ່ຢຸ້ຍໄປປະກວດທີ່ ມາເລເຊຍ Miss Southeast​ Asia​ Tourism​ Ambassadress​ 2015 ຢຸ້ຍກະໄດ້ຕິດ Top7 The best of talent)​ ມື້ປະກວດຮອດບຕັດສິນຫຼືບໍ່ ແຕ່ຢ່າງໃດ ຢຸ້ຍກະພູມໃຈທີ່ໄດ້ ນຳເອົາຄວາມເປັນລາວ ການຟ້ອນພື້ນເມືອງລາວ ເພງ ໂອດວງຈຳປາ ມາປະສົມກັບການເຕັ້ນທີ່ທັນສະໄຫມ ຄືກຄື້ນ ແລະ ຍັງມີຄວາມເຂັ້ມແຂງຂອງສິລະປະການຕໍ່ສູ້ ເຂົ້ານຳ ເຊິ່ງມັນສະແດງໃຫ້ຮູ້ວ່າ ຜູ້ຍິງລາວຍຸກສະໄຫມໃຫມ່ ນອກຈາກຈະສຸພາບອ່ອນຫວານແລ້ວ ຕ້ອງເຂັ້ມແຂງ ປົກປ້ອງຕົວເອງ ແລະ ຄົນທີ່ຮັກໄດ້ ອິອິອິ ມັນຄືຕົວຕົນຂອງຢຸ້ຍເລີຍ ຂອບໃຈ Vithaya Phothisane ທີ່ມາຊ່ວຍ ?

Posted by Yui Santhany on Wednesday, November 28, 2018

 

ເຊິ່ງບົດຟ້ອນ “ດວງຈຳປາ”  ທີ່  ຢຸ້ຍ ສັນທະນີ Miss Supranational Laos 2018 ໄດ້ນຳໄປສະແດງໂຊໃນຄັ້ງນີ້ ແມ່ນໄດ້ນຳເອົາການຟ້ອນແບບພື້ນເມືອງລາວ ມາປະສົມກັບການເຕັ້ນທີ່ທັນສະໄໝ ມ່ວນຊື່ນ ແລະ ຍັງມີການນຳເອົາຄວາມເຂັ້ມແຂງຂອງສິລະປະການຕໍ່ສູ້ມາຮ່ວມປະກອບ ເຊິ່ງມີຄວາມໝາຍເຖິງ ແມ່ຍິງລາວໃນຍຸກສະໄໝໃໝ່ ທີ່ມີຄວາມອ່ອນຫວານ ຍິ້ມແຍ້ມ ແຕ່ເຕັມໄປດ້ວຍຄວາມເຂັ້ມແຂງ ສາມາດເບິ່ງແຍງຕົວເອງໄດ້ນັ້ນເອງ.

(ຂໍຊົມເຊີຍເດີ້…ເກັ່ງຫຼາຍໆ ຄົນລາວເຮົາຕົບມືດັງໆໃຫ້ນາງງາມຕົວແທນປະເທດລາວເຮົາແດ່ໄວໆ!!!) #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ??????

ຢ່າງໃດກໍຢ່າລືມເປັນກຳລັງໃຈໃຫ້ ສັນທະນີ ໃສມະນີວັນ (ຢຸ້ຍ) Miss Supranational Laos 2018 ສາວງາມຕົວແທນປະເທດລາວໃນການປະກວດເວທີລະດັບໂລກ Miss Supranational 2018  ທີ່ ປະເທດ ໂປແລນ ແລະ ການປະກວດຈະມີຮອບຕັດສິນໃນວັນທີ 7 ທັນວາ 2018 ນີ້… #ຮັກລາວເຊຍລາວ ??

Story: ຊະນີIndy

ຮູບພາບ: FB/Yui Santhany

ແບ່ງປັນ