Breaking News

ແຕ່ລະຊຸດມີຄວາມໝາຍແນວໃດ? ມາເບິ່ງຊຸດປະຈຳຊາດລາວທີ່ໃຊ້ເຂົ້າໃນການປະກວດໃນເວທີ ນາງງາມຈັກກະວານ (Miss Universe 2017-2018)

ແບ່ງປັນ

ປະເທດລາວ ກໍໄດ້ມີການສົ່ງສາວງາມໄປປະກວດນາງງາມເວທີລະດັບໂລກ Miss Universe ຄັ້ງນີ້ກໍຖືວ່າເປັນປີທີ່ 2 ແລ້ວ, ນອກຈາກສາວງາມ ກໍຍັງມີອີກສິ່ງໜຶ່ງທີ່ເຮັດໃຫ້ພໍ່ແມ່ພີ່ນ້ອງເວົ້າເຖິງຢູ່ສະເໝີ ກໍຄືຊຸດປະຈຳຊາດ ທີ່ສາວງາມໄດ້ສວມໃສ່, ໃນມື້ນີ້ຊະນີIndy ຈະພາມາເບິ່ງຊຸດປະຈຳຊາດທີ່ບັນດາສາວງາມ ບໍ່ວ່າຈະເປັນຊຸດຂອງ ນຸ້ຍ ສຸພາພອນ ສົມວິຈິດ Miss​ Universe Laos 2017 ທີ່ໄດ້ສວມໃສ່ ແລະ ໃນປີນີ້ກໍແມ່ນ ອອນອະນົງ ຫອມສົມບັດ Miss​ Universe Laos 2018​  ເຊິ່ງແຕ່ລະຊຸດຈະມີຄວາມໝາຍ ມີທີ່ມາທີ່ໄປແນວໃດນັ້ນ ລອງມາເບິ່ງກັນເລີຍ…

ຊຸດປະຈຳຊາດຂອງ ນຸ້ຍ ສຸພາພອນ ສົມວິຈິດ Miss​ Universe Laos 2017

ຊຸດປະຈຳຊາດທີ່ ນຸ້ຍ ສຸພາພອນ ສົມວິຈິດ Miss​ Universe Laos 2017 ໄດ້ນຳໄປເຜີຍແຜ່ໃນເວທີ ນາງງາມຈັກກະວານ ໃນປີທີ່ຜ່ານມາແມ່ນຊຸດ ທິດາພັນສາເຮືອງມາລາ ໄດ້ແຮງບັນດານໃຈມາຈາກການໃຊ້ວັດທະນະທຳບຸນປະເພນີອອກພັນ ແລະ ຄວາມເປັນຈິງຂອງປວງຊົນລາວທຸກຄົນ ທີ່ສືບສານວັດທະນະທຳມາແຕ່ດັ້ງເດີມ ເປັນຕົ້ນແມ່ນ ບຸນປະເພນີລອຍກະທົງ ,ໄຫລເຮືອໄຟ , ແລະກິດຈະກຳແສງສີທີ່ປະຊາຊົນລາວໄດ້ສືບສານປະຕິບັດໃນແຕ່ລະປີ ແລະໄດ້ນຳມາປະສົມປະສານກັບການນຸ່ງຖືແບບແມ່ຍິງລາວດັ້ງເດີມ ເຊິ່ງແມ່ນການນຸ່ງສີ້ນ ເກົ້າຜົມບ່ຽງແພ ແລະທີ່ຂາດບໍ່ໄດ້ເລີຍກໍແມ່ນດອກໄມ້ນານາຊະນິດ ເຊິ່ງໄດ້ຍົກເອົາດອກດາວເຮືອງເຊິ່ງເປັນດອກໄມ້ທີ່ຂາດບໍ່ໄດ້ເລີຍໃນງານບຸນຕ່າງໆ ຈຶ່ງໄດ້ມາເປັນ ຊຸດທີ່ມີຊື່ວ່າ  ທິດາພັນສາເຮືອງມາລາ

ຊຸດປະຈຳຊາດຂອງ ອອນອະນົງ ຫອມສົມບັດ Miss​ Universe Laos 2018

“ເຊິ່ງປີນີ້ຊຸດປະຈຳຊາດລາວຈະເອົາໄປເຜີຍແຜ່ໃນເວທີນາງງາມຈັກກະວານກໍຄື “ຊຸດທານນ້ຳໃຈສູ່ປະເທດລາວ” ເປັນສິ່ງບົ່ງບອກເອກກະລັກລາວຂອງເຮົາ ເຊິ່ງຊຸດນີ້ແນ່ນອນວ່າມີທີ່ມາທີ່ໄປ ມີຄວາມໝາຍ ໄດ້ແຮງບັນດານໃຈມາຈາກນາງກິນນະລີທີ່ເປັນສັດເຄິ່ງຄົນເຄິ່ງນົກທີ່ຢູ່ໃນນິຍາຍຂອງລາວ ແລະ ໄດ້ນຳເອົາປະເພນີວັດທະນະທຳພື້ນເມືອງ, ການສະແດງຟ້ອນກິນນະລີມາດັດແປງໃນການນຳສະເຫນີຊຸດ, ຮູບແບບຂອງຊຸດແມ່ນໃຊ້ເຕັກນິກການສະແດງແບບຫຸ່ນເຕັ້ນເປີດຫມວກ ເພື່ອສົມທົບທຶນ ທີ່ພົບເຫັນໄດ້ຢູ່ທົ່ວໄປຕາມສະຖານທີ່ທ່ອງທ່ຽວຕ່າງໆ. ການຜະລິດຊຸດໃນຄັ້ງນີ້ແມ່ນໄດ້ແຮງບັນດານໃຈມາຈາກເຫດການໄພພິບັດທີ່ເກີດຈາກເຫດການເຂື່ອນເຊປຽນ-ນ້ຳນ້ອຍແຕກ, ທັງນີ້ກໍເພື່ອສົ່ງກຳລັງໃຈໃຫ້ກັບຜູ້ປະສົບໄພ ແລະ ຜູ້ທີ່ສູນເສຍ ໂດຍການນຳໃຊ້ຊຸດນີ້ເປັນສື່ກາງ, ສື່ຄວາມຫມາຍ ເພື່ອຂອບໃຈທຸກໆກຳລັງໃຈທີ່ສົ່ງມາໃຫ້ ສປປ ລາວ”

ແລະ ຍັງບໍ່ໝົດແຕ່ພຽງເທົ່ານັ້ນ ຄວາມຫມາຍຂອງຊຸດນີ້ແມ່ນສື່ເຖິງຄຳຂອບໃຈທຸກໆຄົນ ທັງໃນ ແລະ ຕ່າງປະເທດ ທີ່ໃຫ້ການຊ່ວຍເຫລືອຕ່າງໆ ໂດຍຜ່ານຮູບແບບຂອງຊຸດທີ່ສື່ເຖິງການບໍລິຈາກເງິນ ແລະ ວັດຖຸຕ່າງໆ ເພື່ອຊ່ວຍເຫລືອສັງຄົມ ພຽງແຕ່ນຳໃຊ້ນາງກິນນະລີເປັນຕົວສື່ສານ ແລະ “ຊຸດທານນ້ຳໃຈສູ່ປະເທດລາວ” ນີ້ມີນໍ້າໝັກເຖິງ 40ກິໂລກຼາມກັນເລີຍເດີ້ແຟນໆ

ໃນປີທີ່ຜ່ານມາ ນຸ້ຍ ສຸພາພອນ ສົມວິຈິດ Miss​ Universe Laos 2017 ກໍເຮັດໜ້າທີ່ຕົວແທນສາວງາມຈາກປະເທດລາວໃນເວທີໂລກໄດ້ເປັນຢ່າງດີ ສ້າງຄວາມຮືຮາ ແລະ ເຮັດໃຫ້ຕ່າງຊາດໄດ້ຮູ້ຈັກ ສປປ ລາວ ກັນເພີ່ມຂຶ້ນຢ່າງຫຼວງຫຼາຍ ແລະ ໃນປີນີ້ ອອນອະນົງ ຫອມສົມບັດ Miss​ Universe Laos 2018​ ກໍກຳລັງເຮັດໜ້າທີ່ຕົວແທນສາວງາມຈາກປະເທດລາວໃນການປະກວດເວທີລະດັບໂລກ Miss Universe 2018 ທີ່ ປະເທດ ໄທ ແລະ ຈະມີຮອບຕັດສິນໃນວັນທີ 16 ທັນວາ 2018  ນີ້, ຢ່າງໃດເຮົາຄົນລາວກໍຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ #ຮັກລາວເຊຍລາວ ??  

#ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ??????

Story: ຊະນີIndy

(ຂໍຂອບໃຈສຳລັບຮູບພາບ)

ແບ່ງປັນ