Breaking News

ເກັ່ງຫຼາຍ! ສາວເຊື້ອຊາດລາວຊະນະການເລືອກຕັ້ງ ເປັນຄົນເຊື້ອສາຍອາຊີຄົນທຳອິດທີ່ໄດ້ທີ່ນັ່ງໃນສະພາສູງຂອງສະຫະລັດ!!!

ແບ່ງປັນ

ມີຂ່າວທີ່ໜ້າຍິນດີມາຝາກພໍ່ແມ່ພີ່ນ້ອງຊາວລາວ ສົ່ງທ້າຍອາທິດນີ້ເລີຍກໍວ່າໄດ້ ຫຼ້າສຸດມີການລາຍງານຂ່າວຈາກຫຼາຍສຳນັກດັງວ່າ ທ່ານ ນາງ ທີ​ນາ ມະ​ຫາ​ລາດ ລູກຫຼານອົບພະຍົບຈາກລາວ ແຂວງ ສະຫວັນນະເຂດ ສາມາດເອົາຊະນະຄູ່ແຂ່ງທີ່ເປັນຊາວຜິວຂາວຄື ທ່ານ​ນາງ ແອນ ກອນ​ຊາ​ເລ​ສ (Anne Gonzales) ໃນການເລືອກຕັ້ງກາງສະໄໝຂອງສະຫະລັດດ້ວຍຄະແນນຫຼາຍກວ່າຄູ່ຕໍ່ສູ້ 703 ຄະແນນ ກາຍເປັນສະມາຊິກສະພາສູງຈາກພັກເດໂມແຄລັດທີ່ອາຍຸນ້ອຍທີ່ສຸດພຽງ 27 ປີ ແລະ ເປັນຄົນເຊື້ອສາຍອາຊີຄົນທຳອິດທີ່ໄດ້ທີ່ນັ່ງໃນສະພາສູງປະຈຳລັດໂອຮາຍໂອຂອງສະຫະລັດ.

(ຂໍຊົມເຊີຍ!!! ເກັ່ງຫຼາຍໆ)

ທີ່ມາ: ປະເທດລາວ Pathedlao

ແບ່ງປັນ