Breaking News

ງາມ ເໝາະສົມຕຳແໜ່ງ! ສາວງາມຈາກ ສະຫວັນນະເຂດ ຄວ້າມົງກຸດ MISS LAOS 2018 (ຂໍສະແດງຄວາມຍິນດີ)

ແບ່ງປັນ

ທັກທາຍ “ສະບາຍດີ” ແຟນໆກັບວັນຈັນຕົ້ນອາທິດ ທ້າຍປີ 2018!!! ມື້ນີ້ ຊະນີIndy ມາແບບງາມໆ ໜ້າຮັກ ສົດໃສສຸດໆ ເພາະມີຂ່າວເລື່ອງວົງການນາງງາມຂອງປະເທດລາວຂອງເຮົາມາຝາກແຟນໆກັນອີກແລ້ວເດີ້… ແນະໆ!! ເວົ້າແບບນີ້ໃຈຈົດໃຈຈໍ່ຢາກຮູ້ເລີຍແມ່ນບໍ່ວ່າເປັນເວທີໃດ??

ຫຼ້າສຸດ ປະກວດກັນໄປແບບສົດໆຮ້ອນໆ ໃນທ້າຍອາທິດທີ່ຜ່ານມາ ຂໍບອກວ່າງານຍິ່ງໃຫ່ຍອະລັງການ ຊະນີIndy ເອງກໍມີໂອກາດໄປໄດ້ນັ່ງລຸ້ນ ນັ່ງເຊຍສາວງາມໃນເວທີ ນາງສາວລາວ 2018  (MISS LAOS) ເອີ້ນໄດ້ວ່າຕິດຂອບເວທີກັນເລີຍ… ແລະ ແຟນໆທົ່ວປະເທດກໍໄດ້ຮູ້ກັນແລ້ວວ່າສາວງາມທີ່ມີຄວາມເໝາະສົມທີ່ສາມາດຄວ້າຕຳແໜ່ງ ນາງສາວລາວ 2018 ໄປໄດ້ໃນປີນີ້ກໍຄື ML35 ນາງ ສຸດທິດາ ອະນຸສິນ ຕົວແທນສາວງາມຈາກແຂວງສະຫວັນນະເຂດ ຂໍບອກເລີຍວ່ານາງມີຄວາມງາມ ພິບໄຫວດີ ເອີ້ນໄດ້ວ່າມີຄວາມເໝາະສົມກັບຕຳແໜ່ງຫຼາຍໆ (ວ້າວວວ!!! ຂໍສະແດງຄວາມຍິນດີນຳຫຼາຍໆ)

ສ່ວນຕຳແໜ່ງຮອງອັນດັບ ນາງສາວລາວ 2018 ມີດັ່ງນີ້:

ຮອງອັນດັບ 1: ML14- ນາງ ກິ່ງຄໍາ ນິດສະຫວັນ


ຮອງອັນດັບ 2: ML38- ນາງ ແກ້ວມຸກດາ ພີມພັກດີ


ຮອງອັນດັບ 3: ML40- ນາງ ມະນີດາ ແໜ້ນຮວງມາລາ


ຮອງອັນດັບ 4: ML39- ນາງ ເມທານີ ຫຼວງປະເສີດ

ໂອ້ຍ!!! ເຫັນແລ້ວຮູ້ສຶກ ມີຄວາມສຸກ ຍິ້ມແຍ້ມ ຂຶ້ນມາທັນທີເລີຍແມ່ນບໍ່ແຟນໆ ກໍແນວວ່າສາວລາວເຮົາງົດງາມ ເປັນທີ່ໜ້າເອກອ້າງໃຫ້ຄົນທົ່ວໂລກໄດ້ຮູ້ຈັກ, ຢ່າງໃດກໍຂໍສະແດງຄວາມຍິນດີກັບບັນດານ້ອງໆທີ່ໄດ້ຮັບຕຳແໜ່ງໝົດທຸກໆຄົນກັນເລີຍເດີ້.

#ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ??????

Story: ຊະນີIndy

(ຮູບພາບ MISS LAOS ນາງສາວລາວ)

ແບ່ງປັນ