Breaking News

ຮືຮາໄປທົ່ວໂລກ! ຫຼັງຈາກ ຢຸ້ຍ ສັນທະນີ ຄວ້າລາງວັນ “ຊຸດປະຈຳຊາດດີເດັ່ນ” ໃນເວທີ Miss Supranational​ 2018​ ຫຼ້າສຸດອອກມາໂພສແບບນີ້…

ແບ່ງປັນ

ເປັນຂ່າວທີ່ໜ້າຍິນດີຂອງຄົນລາວເຮົາທຸກຄົນ ທີ່ຫຼ້າສຸດ ສັນທະນີ ໃສມະນີວັນ (ຢຸ້ຍ) Miss Supranational​ Laos​ 2018​ ກໍບໍ່ເຮັດໃຫ້ຄົນລາວເຮົາຜິດຫວັງ ສາມາດຄວ້າລາງວັນ ຊຸດປະຈຳຊາດດີເດັ່ນ 2018 (Best National​ Costume​) ໃນເວທີການປະກວດນາງງາມລະດັບໂລກ Miss Supranational​ 2018​ ທີ່ປະເທດ ໂປແລນ ມາຝາກພໍ່ແມ່ພີ່ນ້ອງຊາວລາວໄດ້ຢ່າງໜ້າຍິນດີ ແຖມກາຍເປັນກະແສທີ່ເປັນທີ່ຮືຮາໄປທົ່ວໂລກແລ້ວໃນເວລານີ້…

ແລະ ຫຼ້າສຸດ ຢຸ້ຍ ສັນທະນີ Miss Supranational​ Laos​ 2018 ກໍໄດ້ອອກມາໂພສຜ່ານເຟສບຸກສ່ວນຕົວ ບອກເລົ່າເຖິງປະສົບການໃນເວທີ ແລະ ຂອບໃຈແຟນໆທຸກຄົນແບບນີ້…

ເຫັນແລ້ວກໍໜ້າຍິນດີ ແລະ ປື້ມໃຈເປັນທີ່ສຸດ ຖືວ່າເປັນປະຫວັດສາດໜ້າໃໝ່ໃນວົງການນາງງາມລາວເຮົາທີ່ສາມາດຄວ້າລາງວັນ Best National​ Costume​ ມາໄດ້ ແລະ ຍັງເຮັດໃຫ້ທົ່ວໂລກໄດ້ຮັບຮູ້ ປະເທດ ລາວ ເຮົາໃຫ້ຫຼາຍຂຶ້ນອີກດ້ວຍ.

#ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ??????

Story: ຊະນີIndy

(ຂໍຂອບໃຈຮູບພາບ)

ແບ່ງປັນ