Breaking News

ຮູ້ບໍ່ວ່າ? “ຊຸດທານນ້ຳໃຈສູ່ປະເທດລາວ”  ມີຄວາມໝາຍແນວໃດເຖິງສາມາດພິຊິດລາງວັນ “ຊຸດປະຈຳຊາດດີເດັ່ນ” ໃນເວທີ Miss Universe 2018 ນີ້ໄດ້ສຳເລັດ???

ແບ່ງປັນ

ແຟນໆຫຼາຍທ່ານກໍຄົງຈະໄດ້ຮູ້ທີ່ມາທີ່ໄປ ແລະ ຄວາມໝາຍຂອງຊຸດປະຈຳຊາດລາວ ມີຊື່ວ່າ “ຊຸດທານນ້ຳໃຈສູ່ປະເທດລາວ ” ທີ່ອອກແບບໄດ້ມີຄວາມໂດດເດັ່ນຈົນຄວ້າລາງວັນ ຊຸດປະຈຳຊາດດີເດັ່ນ 2018 (Best National​ Costume​ 2018) ໃນເວທີ Miss Universe 2018 ມາແດ່ແລ້ວ, ແຕ່ສຳລັບທ່ານໃດທີ່ຍັງງົງໆ ບໍ່ຮູ້ທີ່ມາທີ່ໄປກໍ່ບໍ່ຕ້ອງງົງເດີ້ ເພາະໃນມື້ນີ້ ຊະນີIndy ຈັດໃຫ້ເອົາໃຈແຟນໆ ລອງມາຮູ້ຈັກກັບ “ຊຸດທານນ້ຳໃຈສູ່ປະເທດລາວ” ກັນເບິ່ງເນາະ!!!

“ຊຸດທານນ້ຳໃຈສູ່ປະເທດລາວ ເຊິ່ງຊຸດນີ້ແນ່ນອນວ່າມີທີ່ມາທີ່ໄປ ມີຄວາມໝາຍ ໄດ້ແຮງບັນດານໃຈມາຈາກ ນາງກິນນະລີ ທີ່ເປັນສັດເຄິ່ງຄົນເຄິ່ງນົກທີ່ຢູ່ໃນນິຍາຍຂອງລາວ ແລະ ໄດ້ນຳເອົາປະເພນີວັດທະນະທຳພື້ນເມືອງ, ການສະແດງຟ້ອນກິນນະລີມາດັດແປງໃນການນຳສະເຫນີຊຸດ, ຮູບແບບຂອງຊຸດແມ່ນໃຊ້ເຕັກນິກການສະແດງແບບຫຸ່ນເຕັ້ນເປີດຫມວກ ເພື່ອສົມທົບທຶນ ທີ່ພົບເຫັນໄດ້ຢູ່ທົ່ວໄປຕາມສະຖານທີ່ທ່ອງທ່ຽວຕ່າງໆ. ການຜະລິດຊຸດໃນຄັ້ງນີ້ແມ່ນໄດ້ແຮງບັນດານໃຈມາຈາກເຫດການໄພພິບັດທີ່ເກີດຈາກເຫດການເຂື່ອນເຊປຽນ-ນ້ຳນ້ອຍແຕກ, ທັງນີ້ກໍເພື່ອສົ່ງກຳລັງໃຈໃຫ້ກັບຜູ້ປະສົບໄພ ແລະ ຜູ້ທີ່ສູນເສຍ ໂດຍການນຳໃຊ້ຊຸດນີ້ເປັນສື່ກາງ, ສື່ຄວາມຫມາຍ ເພື່ອຂອບໃຈທຸກໆກຳລັງໃຈທີ່ສົ່ງມາໃຫ້ ສປປ ລາວ. 

ຄວາມຫມາຍຂອງຊຸດນີ້ແມ່ນສື່ເຖິງ ແລະ ແທນຄຳຂອບໃຈທຸກໆຄົນ ທັງໃນ ແລະ ຕ່າງປະເທດ ທີ່ໃຫ້ການຊ່ວຍເຫລືອຕ່າງໆ ໂດຍຜ່ານຮູບແບບຂອງຊຸດທີ່ສື່ເຖິງການບໍລິຈາກເງິນ ແລະ ວັດຖຸຕ່າງໆ ເພື່ອຊ່ວຍເຫລືອສັງຄົມ ພຽງແຕ່ນຳໃຊ້ນາງກິນນະລີເປັນຕົວສື່ສານ ແລະ “ຊຸດທານນ້ຳໃຈສູ່ປະເທດລາວ” ນີ້ອອກແບບໂດຍ ຄຳພີ ອະລັງການ ນັກອອກແບບຊາວໄທ ແລະ ມີນໍ້າໝັກເຖິງ 40ກິໂລກຼາມກັນເລີຍເດີ້ແຟນໆ”.

ເປັນແນວໃດແດ່ໄດ້ເຫັນ “ຊຸດທານນ້ຳໃຈສູ່ປະເທດລາວ” ແລະ ໄດ້ຮູ້ຄວາມໝາຍກັນໄປແລ້ວ ໂດດເດັ່ນ ມີຄວາມຄິດສ້າງສັນ ແລະ ມີຄວາມໝາຍ ສົມກັບທີ່ໄດ້ລາງວັນ ຊຸດປະຈຳຊາດດີເດັ່ນ 2018 (Best National​ Costume​ 2018) ໃນເວທີການປະກວດນາງງາມຈັກກະວານ Miss Universe 2018 ກັນແບບສຸດໆໄປເລີຍ!!! #ແຊຣໄປໃຫ້ໂລກຮູ້ປະເທດລາວ ??????

#ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ??????

Story: ຊະນີIndy

(ຂໍຂອບໃຈຮູບພາບ)

ແບ່ງປັນ