Breaking News

ໂດ່ງດັງໄປທົ່ວໂລກ! “ປະເທດລາວ” ກັບລາງວັນ “ຊຸດປະຈຳຊາດດີເດັ່ນ” ໃນເວທີ Miss Universe 2018!!!

ແບ່ງປັນ

ກຽມສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ ກັບຂ່າວທີ່ໜ້າຍິນດີຂອງຄົນລາວເຮົາທຸກໆຄົນ ເປັນຂ່າວທີ່ເອີ້້ນວ່າດີຫຼາຍໆ ສ້າງຊື່ສຽງໃຫ້ປະເທດຊາດເລີຍກໍ່ວ່າໄດ້ ຫຼ້າສຸດ ນ້ອງ ອອນອະນົງ ຫອມສົມບັດ Miss Universe Laos 2018 ທີ່ເດີນທາງໄປເປັນຕົວແທນສາວງາມ ປະເທດ ລາວ ກໍບໍ່ເຮັດໃຫ້ຄົນລາວເຮົາຜິດຫວັງ ສາມາດຄວ້າລາງວັນ ຊຸດປະຈຳຊາດດີເດັ່ນ 2018 (Best National​ Costume​ 2018) ໃນເວທີການປະກວດນາງງາມຈັກກະວານ Miss Universe 2018 ທີ່ປະເທດ ໄທ  ມາຝາກພໍ່ແມ່ພີ່ນ້ອງຊາວລາວໄດ້ຢ່າງໜ້າຍິນດີ…

ຈົນເປັນກະແສ ຮືຮາ ໂດ່ງດັງໄປທົ່ວໂລກ ບັນດາສື່ດັງຫຼາຍສື່ທົ່ວໂລກ ກໍ່ບໍ່ພາດທີ່ຈະນຳສະເໜີຂ່າວສາວງາມທີ່ຄວ້າລາງວັນຊຸດປະຈຳຊາດດີເດັ່ນໃນປີນີ້ ເຊິ່ງເປັນການດີທີ່ຄົນທົ່ວໂລກຈະໄດ້ຮັບຮູ້ເຖິງປະເທດລາວເຮົາຫຼາຍຂຶ້ນ, ເຖິງແມ່ນວ່າໃນເທື່ອນີ້ ສາວງາມຈາກປະເທດລາວເຮົາຈະບໍ່ໄດ້ເຂົ້າຮອບເລິກໆ ແຕ່ກໍສາມາດ ຄວ້າລາງວັນ ທີ່ເປັນອີກໜຶ່ງລາງວັນໃຫ່ຍໃນເວທີດັ່ງກ່າວ ສາມາດຄວ້າລາງວັນ ຊຸດປະຈຳຊາດດີເດັ່ນ 2018 (Best National​ Costume​ 2018)  ມາຝາກຄົນລາວເຮົາໄດ້ຢ່າງສຳເລັດ. (ຂໍຊົມເຊີຍ…ເກັ່ງຫຼາຍໆ)

#ແຊຣໄປໃຫ້ໂລກຮູ້ປະເທດລາວ ??????

ນາງສາວ ອອນອານົງ ຫອມສົມບັດMISS UNIVERSE LAOS 2018ສ້າງປະຫວັດຕິສາດຫນ້າໃຫມ່ຂອງການປະກວດໃນເວທີລະດັບໂລກດວ້ຍການຄວ້າລາງວັນຊຸດປະຈຳຊາດດີເດັ່ນມາຄອງໃນເວທີMiss Universe 2018ສ້າງຄວາມພູມໃຈໃຫ້ກັບປະຊາຊົນລາວທົ່ວທັງປະເທດທີ່ສົ່ງແຮງໃຈເຊຍນອ້ງມາຕະຫລອດແລະເປັນຕົວແທນສາວລາວຄົນທຳອິດທີ່ໄດ້ລາງວັນອັນຊົງກຽດນີ້ມາຄອງ#CACHANEL#MISSUNIVERSELAOS2018#MISSUNIVERSE2018

Posted by CA Channel on Sunday, December 16, 2018

ນ້ອງນາງສາວ ອອນອານົງ ຫອມສົມບັດ Miss Universe Laos 2018 ໃສ່ສຸດປະຈຳຊາດ ປະກວດເຖີງເວທີ ທີ່ Nice ສູນປະຊຸມນານາຊາດ ສວນນຸງນຸດ ທີ່ພັດທະຍາ ແຂວງຊົນບຸລີ ປະເທດໄທ, ນ້ອງ ອອນອານົງ ໃນເວລາໄດ້ເດີນອອກມາ ມີຜູ້ຊົມເຫັນ ກໍ່ໄດ້ຮັບສຽງເຊຍ ຮ້ອງຢ່າງສະນັ່ນຈາກຜູ້ເຂົ້າເບີ່ງໃນຫໍ, ສຸດປະຈຳຊາດໃນຄັ້ງນີ້ ໂດຍແຮງບັນດານໃຈຕ້ອງການ ສະແດງ ຄວາມຂອບໃຈຈາກນານາຊາດຫລາຍປະເທດ ທີ່ລົງມາຊ່ວຍເຫລືອລາວຈາກເຫດການເຂື່ອນແຕກທີ່ຜ່ານມາ.ຊ່ວຍເປັນກຳລັງໃຈ ນ້ອງນາງສາວ ອອນອານົງ ຫອມສົມບັດ Miss Universe Laos 2018 ໄປປະກວດທີ່ປະເທດໄທ ແລະ ກົດໄລກົດແຊ ໄດ້ທີ່: Miss Universe Laos ມີສຢູນີເວີຣສ ລາວ.CA Channel.

Posted by CA Channel on Monday, December 10, 2018

#ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ??????

Story: ຊະນີIndy

(ຂໍຂອບໃຈຮູບພາບ)

ແບ່ງປັນ